ຮູ້ແລ້ວບໍ?ເງື່ອນໄຂຜູ້ຊື້ເຂົ້າໜຽວລາຄາຖືກທີ່ລັດໃຫ້ ຕ້ອງໄດ້ລົງທະບຽນກ່ອນ
ວັນທີ 25 ຕຸລາ 2022 ນີ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງແຈ້ງການໃຫ້ຊາບວ່າ: ລັດໄດ້ ເປີດຮ້ານຈຳໜ່າຍເຂົ້າກິນ ເພື່ອແຊກແຊງລາຄາລັດ ຊີ້ນຳຢູ່ນະຄອນຫຼວງວຽງຈັນ ໂດຍຂາຍລາຄາສູງສຸດບໍ່ ເກີນ 9.700 ກີບຕໍ່ກິໂລ ໄລຍະ 60 ວັນ ຈັດຂຶ້ນວັນທີ

24 ຕຸລາ 2022. ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາເຂົ້າສານ ແລະ ດັດສົມຕະຫຼາດໃຫ້ມີປະສິດທິຜົນ ແລະ ຮັບປະກັນ ໃຫ້ມີສະຖຽນລະພາບທາງດ້ານລາຄາຫຼີກລ່ຽງສະພາບ ເຂົ້າກິນຂາດຕະຫຼາດ ແລະ ການເກງກຳໄລທີ່ບໍ່ ສົມເຫດສົມຜົນ.
ໄດ້ເຫັນດີໃຫ້ນຳເອົາສິນຄ້າປະເພດເຂົ້າສານໜຽວ ປະເພດ 2 ອອກຈໍາໜ່າຍສູ່ສັງຄົມ ໃນລາຄາທີ່ລັດຊີ້ນຳ ເຂົ້າສານໜຽວປະເພດ 2 ລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ຈຳນວນທັງໝົດ 340 ໂຕນ.

ໄດ້ກໍານົດເອົາສະຖານທີ່ຕັ້ງຈຸດຈຳໜ່າຍ ຢູ່ບໍລິສັດ ຄຳ ແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ ຖະໜົນສີເກີດ-ດົງໂດກ ເມືອງນາຊາຍທອງ ເລີ່ມຂາຍ ເວລາແຕ່ 8:00 ໂມງ-17:00 ໂມງ ວັນຈັນ-ວັນສຸກ ເຊິ່ງ ຈະໄດ້ດຳເນີນການເປີດບໍລິການເປັນເວລາ 60 ວັນ ແຕ່ວັນທີ 24 ຕຸລາ-24 ທັນວາ 2022.
ທີ່ມາ: ໜັງສືພິມພັດທະນາ
