7 ລັກສະນະນິໄສຂອງຄົນທີ່ມີແນວໂນ້ມ ຈະລວຍບໍ່ລຳບາກ

7 ລັກສະນະນິໄສຂອງຄົນທີ່ມີແນວໂນ້ມ ຈະລວຍບໍ່ລຳບາກ

1.ອ່ານໜັງສືເປັນປະຈຳ: 88% ຂອງຄົນລວຍ ອ່ານໜັງສື່ຢ່າງໜ້ອຍ 30ນາທີ ທຸກມື້ ແລະເປັນການອ່ານເພີ່ມຄວາມຮູ້ ເພື່ອເອົາໄປໃຊ້ຕໍ່ຍອດ ບໍ່ໄດ້ອ່ານໜັງສືໝວດບັນເທິງ
2.ອອກກຳລັງເປັນປະຈຳ: 76% ຂອງຄົນລວຍ ອອກກຳລັງກາຍຢ່າງໜ້ອຍ 30ນາທີ ທຸກມື້ເພາະເຂົາຮູ້ວ່າການອອກກຳລັງກາຍບໍ່ດີຕໍ່ສຸຂະພາບຮ່າງກາຍເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ສະໝອງຕື່ນຕົວ

3.ເຂົ້າສັງຄົມກັບຄົນແບບດຽວກັນ: ເຊິ່ງຄົນແບບດຽວກັນໝາຍເຖິງຄົນທີ່ມີເປົ້າໝາຍ ເບິ່ງໂລກໃນດ້ານບວກ ມີຄວາມກະຕືລືລົ້ນ ຈະວ່າພວກເຂົາເລືອກຄົບກໍ່ໄດ້ ແຕ່ເພາະພວກເຂົາຮູ້ວ່າມີເວລາຈຳກັດ ຈະຄົບທຸກຄົນທຸກເວລາບໍ່ໄດ້

4.ມຸ່ງສູ່ເປົ້າໝາຍ: ຄົນທີ່ມີເປົ້າໝາຍແລະມຸ່ງໜ້າສູ່ເປົ້າໝາຍແບບບໍ່ທໍ້ ລົ້ມແລ້ວລຸກ ຕໍ່ໃຫ້ຍ່າງໄປໄດ້ກ້າວສອງກ້າວ ແລ້ວລົ້ມກໍລຸກມາຍ່າງຕໍ່ ສຸດທ້າຍກໍໄປເຖິງເປົ້າໝາຍໄດ້
5.ຕື່ນເຊົ້າ: ຄົນລວຍເກືອບ 50% ມີເວລາຕອນເຊົ້າຢ່າງໜ້ອຍ 3ຊົ່ວໂມງ ກ່ອນເລີ່ມເຮັດວຽກແທ້ (ເຊັ່ນເລີ່ມວຽກ 8ໂມງຕື່ນ

5ໂມງ ) ເພາະຕື່ນໄວກວ່າກໍ່ມີເວລາຄິດແລະເຮັດສິ່ງຕ່າງໆໄດ້ຫຼາຍກວ່າ ກາຍເປັນວ່າຄົນຕື່ນເຊົ້າສາມາດຄວບຄຸມປັດໄຈເວລາໄດ້

6.ມີແຫຼ່ງລາຍໄດ້ຫຼາຍທາງ: 65% ຂອງຄົນລວຍ ( ໃນກຸ່ມທີ່ເຮັດການສຶກສາ) ບໍ່ໄດ້ມີລາຍໄດ້ຈາກແຫຼ່ງດຽວ ແຕ່ມີຈາກ 3ຊ່ອງທາງເປັນຢ່າງໜ້ອຍ

7.ສະແຫວງຫາທີ່ປຶກສາຂອງຊີວິດ: ທີ່ປຶກສາບໍ່ຈຳເປັນຕ້ອງອາຍຸຫຼາຍກວ່າ ແຕ່ສາມາດເປັນໝູ່ທີ່ມີປະສົບການ ໃນບາງດ້ານຫຼາຍກວ່າ ເຄີຍເຮັດບາງຢ່າງສຳເລັດໄວມາກ່ອນ ແລະທີ່ປຶກສາບໍ່ໄດ້ຊ່ວຍພັດທະນາຊີວິດ ຄົນລວຍສະເພາະດ້ານທຸລະກິດຫຼືການເງິນເທົ່ານັ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page