ເຮືອສຳລານໃຫ່ຍທີ່ສຸດໃນໂລກ ພ້ອມເປີດໃຫ້ບໍລິການອີກ 2ປີ

ເຮືອສຳລານໃຫ່ຍທີ່ສຸດໃນໂລກ ພ້ອມເປີດໃຫ້ບໍລິການອີກ 2ປີ

(Royal Caribbean International) ບໍລິສັດເດີນເຮືອນສຳລານສັນຊາດອາເມລິກາ-ນໍເວ ໄດ້ເຜີຍພາບຈຳລອງລ່າສຸດຂອງໄອຄອນ ອັອບ ເດິ ຊີສ (Icon of the Seas) ໂຄງການເຮືອສຳລານຂະໜາດໃຫຍ່ທີ່ສຸດໃນໂລກ ເຊິ່ງເປັນທີ່ສົນໃຈຂອງຜູ້ຄົນຈຳນວນຫຼາຍ

ສຳລັບສະເປກເບື້ອງຕົ້ນຂອງເຮືອໄອຄອນອອັບ ເດິ ຊີສ ຈະມີນ້ຳໜັກຢູ່ທີ່ 250.800ໂຕນ ຄວາມຍາວໂດຍລວມຢູ່ທີ່ 365ແມັດ ເຊິ່ງຫຼາຍກວ່າຄວາມຍາວຂອງສະໜາມກິລາເຕະບານ 3ສະໜາມ ລວມກັນ ຂະນະທີ່ພາຍໃນຕົວເຮືອມີຫ້ອງກວ່າ 2.805ຫ້ອງ ແລະສາມາດບັນທຸກຜູ້ໂດຍສານໄດ້ 7.800ຄົນ ແລະລູກເຮືອອີກ 2.350ຄົນພ້ອມໆກັນ.

ນອກເໜືອຈາກຂະໜາດທີ່ໃຫຍ່ ເຮືອລຳນີ້ຍັງມີພື້ນທີ່ຄຸນລັກສະນະພິເສດແຕກຕ່າງກັນໄປ 5ໂຊນແລະມີເຄື່ອງຫຼິ້ນກາງທະເລຂະໜາດໃຫຍ່ ປະດັບປະດາໄປດ້ວຍສະໄລເດີທີ່ມີຄວາມໃຫຍ່ເປັນອັນດັບຕົ້ນໆຂອງໂລກ.

ສ່ວນສະໄດເດີເວ (Hideaway) ເຊິ່ງຮວບຮວມເອົາບັນຍາກາດຂອງບີດຄັບຈາກທົ່ວໂລກ ມາພ້ອມກັບສະລອຍນ້ຳ ອິນຟີນິຕີ້ (Infinity) ແບບລອຍຟ້າໃນທະເລ ແລະມີພື້ນທີ່ພັກຜ່ອນທີ່ສະຫງົບໃນຕອນກາງເວັນພ້ອມໆກັບເປັນສະຖານທີ່ສຳລັບການອອກໄປຫຼິ້ນຕອນກາງຄືນໄດ້ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page