ເຜິ້ງໄລ່ຕອດຄູບາ ແລ່ນໜີຕຳກັບເສົາກຸຕິ ມໍລະນະພາບ

ເຜິ້ງໄລ່ຕອດຄູບາ ແລ່ນໜີຕຳກັບເສົາກຸຕິ ມໍລະນະພາບ

ເກີດເຫດເຜິ້ງໄລ່ຕອດຄູບາ ພາຍໃນວັດພັດທະນາທຳມະຣາມຫຼືວັດບ້ານດ່ານ ( ປະເທດເພື່ອນບ້ານ) ເມື່ອໄປເຖິງທີ່ເກີດເຫດ ພົບສົບ ສາຣັດຖິໂກ ອາຍຸ 63ປີ ພະລູກວັດ ມໍລະນະພາບໃນກຸດຕິ ໜ້າຜາກມີບາດແຜໃຫຍ່ ເລືອດໄຫຼໜອງເຕັມພື້ນ

ສະມາຊິດບ້ານດ່ານບອກວ່າ ກ່ອນໜ້ານີ້ມີເຜິ້ງມາເຮັດຮັງແຖວໂບສ ແຖມໄລ່ຕອດເດັນນ້ອຍ ຈົນແລ່ນໜີກັນໄປຄົນລະທິດລະທາງ ຈົນກະທັ່ງເຫັນຄູບາຍ່າງຜ່ານໄປຈຸດທີ່ມີເຜິ້ງ ຈຶ່ງເອີ້ນບອກວ່າຢ່າຍ່າງໄປແຖວນັ້ນ ແຕ່ບໍ່ຮູ້ວ່າໄດ້ຍິນຫຼືບໍ່ ຈຶ່ງຖືກເຜິ້ງລຸມຕອດ ຈາກນັ້ນ 2-3ຊົ່ວໂມງ ມີຄົນບອກວ່າ ຄູບາມໍລະນະພາບແລ້ວ ຕົນເອງຈຶ່ງແລ່ນໄປເບິ່ງ ພົບບໍລິເວນໜ້າຜາກມີບາດແຜ

ຄາດວ່າແລ່ນໜີຝູງເຜິ້ງໄປຕຳກຳແພງ ຫຼືເສົາກຸດຕິຈົນມໍລະນະພາບ ສ່ວນສາເຫດທີ່ເຜິ້ງແຕກຮັງ ຄາດວ່າຄັວນຈາກຮ້ານປີ້ງລອຍເຂົ້າໄປລົບກວນເຜິ້ງໃນຮັງ ຈົນບິນອອກມາທຳຮ້າຍຄົນທາງນອກ.

ຫຼັງຈາກນັ້ນກໍມີເພສຂ່າວໜຶ່ງ ເປັນເພສຊຸມຊົນ ໂພສວ່າ ຫຼວງປູ່ເຮັງ ປະພາໂສ ເກຈິດັງອີສານໃຕ້ ເຈົ້າອາວາດວັດບ້ານດ່ານຖຶກເຜິ້ງຕ່ອຍມໍລະນະພາບ ສ້າງຄວາມແຕກຕື່ນໃຫ້ກັບລູກສິດ ຕ່າງຕິດຕໍ່ເຂົ້າມາສອບມາສອບຖາມຈຳນວນຫຼາຍ ກ່ອນທີ່ໂພສຈະຖືກລົບໄປ ຊີແຈງວ່າເປັນການເຂົ້າໃຈຜິດ ແລະມີການໂພສຂໍໂທດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page