ພົບແລ້ວ! ໂຈນຄາດຕະກຳສອງແມ່ລູກ
ເຫດຄາດຕະກຳສອງແມ່ລູກເສຍຊີວິດ ເວລາປະມານ 17:00 ໂມງ ວັນທີ 25/10/2022 ໄດ້ເກີດເຫດຄາດຕະກຳສອງແມ່ລູກເສຍຊີວິດ; ທີ່ບ້ານດອນເຊັງ ນະຄອນໄກສອນ ແຂວງສະຫວັນນະເຂດ ຜູ້ເຫັນເຫດການໄດ້ໃຫ້ຂໍ້ມູນວ່າ: ຜູ້ກໍ່ເຫດແມ່ນເປັນແຟນກັບຜູ້ເສຍຊີວິດ

ເຊີງຍັງບໍ່ທັນເປັນຄູ່ຜົວເມຍ ຖືກຕ້ອງຕາມລະບຽບກົດໝາຍ ເປັນຄູ່ບ່າວສາວຊື່ໆ ຜູ້ກ່ຽວໄດ້ມີປາກສຽງກັນ ຈົນກະທັງໄດ້ລົງມືກໍ່ເຫດໃນຄັ້ງນີ້ ສ່ວນຜູ້ກະທຳກໍ່ເຫດໄດ້ເອົາໂຕລົບໜີໄປໄດ້ ພ້ອມມີອາ ວຸ ດປື ນ.
ຕາມການລາຍງານຂອງປະຊາຊົນແມ່ນໃຫ້ຂໍ້ມູນວ່າ ຜູ້ກໍ່ເຫດແມ່ນທະຫານສັງກັດຢູ່ຄ້າຍ 208 ແລະລ່າສຸດໃນວັນທີ່ 28/10/2022

ທີ່ບ້ານດອນເຊັງ ແຂວງສະຫວັນະເຂດ ເຈົ້າໜ້າທີ່ໄດ້ພົບຮ່າງຂອງຂອງຜູ້ກໍ່ເຫດ ເຊິ່ງຜູ້ກໍ່ເຫດໄດ້ຕັດສິນໃຈປິດຊີບຕົນເອງຢູ່ເທິງຕົ້ນໄມ້ ແລະ ໄດ້ຈອດລົດຈັກທີ່ຕົນຂັບລົບໜີໄວ້ແຖວບໍລິເວນ ປິດຊີບຕົນເອງ
