ເຊເລນສະກີ ປະທານາທິບໍດີຢູເຄຼນ ເລັ່ງຢູໂຣບສົ່ງເງິນສຳລັບການຟື້ນຟູ
ເຊເລນສະກີ ປະທານາທິບໍດີຢູເຄຼນ ໃຫ້ການຕ້ອນຮັບ ແຟຣງ ວໍເທີ ປະທານາທິບໍດີເຢຍລະມັນ ຢ້ຽມກຣຸງຄຽບຂອງຢູເຄຼນ ພ້ອມອອກຖະແຫຼງການວ່າ ໂຄງສ້າງພື້ນຖານດ້ານພະລັງງານຂອງຢູເຄຼນຖືກກອງທັບຣັດເຊຍທຳລາຍດ້ວຍຈະຫຼວດ ແລະໂດຣນໄປແລ້ວກວ່າ 1ໃນ 3ຢູເຄຼນ
ຕ້ອງການເງິນສຳລັບການຟື້ນຟູ ແຕ່ກໍຍັງບໍ່ໄດ້ຈັກໜ້ອຍ ຕາມທີ່ຄະນະກຳມາທິການສະຫະພາບຢູໂຣບແລະທະນາຄານໂລກສະເໜີໄວ້ວ່າ ຈະສົ່ງເງິນຊ່ວຍເຫຼືອຢູເຄຼນ ໃນການຟື້ນຟູມູນຄ່າ 17.000ລ້ານໂດລາ
ຂະນະທີ່ກະຊວງປ້ອງກັນຣັດເຊຍຍັງຄົງປະກາດເຕືອນຊາດຕາເວັນຕົກວ່າ ຢູເຄຼນມີແຜນຈະໃຊ້ລະເບິດກຳມັນຕະລັງສີຫຼື ເດິຕີ ບອມ ເພື່ອສ້າງສະຖານະການແລະຍົກລະດັບ ຄວາມຮຸນແຮງຂອງສົງຄາມຢູເຄຼນ ແນວໃດກໍຕາມກະຊວງປ້ອງກັນສະຫະລັດ ອອກຖະແຫຼງວ່າ
ຂໍປະຕິເສດຂໍ້ກ່າວຫາຂອງຣັດເຊຍທີ່ມີຕໍ່ຢູເຄຼນສ່ວນກ່ອອນໜ້ານີ້ ທ່ານ ດາມິທຣີ ເປຄັອບ ໂຄສົກລັດຖະບານຣັດເຊຍກ່າວວ່າ ການທີ່ຊາດຕາເວັນຕົກບໍ່ເຊື່ອເລື່ອງນີ້ກໍບໍ່ໄດ້ໝາຍຄວາມວ່າຄວາມສ່ຽງທີ່ຈະເກີດເຫດຈະຈົບຕາມໄປດ້ວຍ.