ຜູ້ນຳຢູເຄຼນບໍ່ພໍໃຈທີ່ເອີຣົບຊ່ວຍເຫຼືອອາວຸດແລະເງິນທຶນຊັກຊ້າ
ເຊເລນສກີ ບໍ່ພໍໃຈທີ່ຢູໂຣບ ຈັດສົ່ງການຊ່ວຍເຫຼືອດ້ານອາວຸດ ແລະເງິນທຶນໃຫ້ຢູເຄຣນ ທີ່ຊັກຊ້າ ແລະໜ້ອຍ ເຂົາຈິ່ງລົງໂທດດ້ວຍການລະງັບທໍ່ສົ່ງກ໊າຊຂອງຣັສເຊຍ ທີ່ຜ່ານຢູເຄຣນ ໄປຍັງຢູໂຣບ ມື້ນີ້ ເຮັດໃຫ້ສະພາບວິກິດເສດຖະກິດໃນຢູໂຣບ ຖືກຊ້ຳເຕີມເຂົ້າຕື່ມ..
ກ່ອນໜ້ານີ້ ຜູ້ນຳຢູເຄຼນ ກໍໂວຍວາຍ ໃຊ້ຄຳຫຍາບຄາຍກັບເຢຍລະມັນ ຝຣັ່ງ ແລະຊາດຢູໂຣບອື່ນທີ່ບໍ່ເຕັມໃຈໃຫ້ອາວຸດ ແລະເງິນທຶນແກ່ຢູເຄຣນ ດ້ວຍຂໍ້ອ້າງທີ່ວ່າຢູເຄຣນ ເປັນຕົວແທນຂອງຝ່າຍປະຊາທິປະໄຕທີ່ກຳລັງຕໍ່ສູ້ກັບຜະເດັດການ
ແຕ່ໃນຂະນະດຽວກັນ ຜູ້ນຳຢູເຄຼນພັດສັ່ງຢຸບ 21 ພັກການເມືອງຝ່າຍຄ້ານທັງໝົດຂອງຢູເຄຣນ ໃຫ້ເຫຼືອແຕ່ເຂົາພຽງພັກດຽວ ເພື່ອບໍ່ມີໃຜຂັດຄໍໃນການເອົາບ້ານເມືອງເປັນສະໜາມຕໍ່ສູ້ຂອງນາໂຕ ຕໍ່ຣັສເຊຍ ເຊິ່ງຕອນນີ້ຫຼາຍເມືອງກໍກາຍເປັນຊາກປລັກຫັກພັງໄປແລ້ວ..
ປັດຈຸບັນ ຫຼາຍຊາດໃນຢູໂຣບ ກຳລັງເບິ່ງຢູເຄຣນ ວ່າເປັນທັງຕົວບັນຫາ ແລະຕົວພາລະ ເຮັດໃຫ້ມີຜູ້ອອກມາຕໍ່ຕ້ານ.. ຫຼ້າສຸດ ມາຄຣົງຜູ້ນຳຝຣັ່ງ ກໍອອກມາດັບຝັນຢູເຄຣນ ທີ່ຢາກເປັນສະມາຊິກອີຢູ ວ່າຈະຕ້ອງໃຊ້ເວລານັບສິບປີ ໃນການທົດສອບຄຸນສົມບັດຫຼາຍດ້ານຕາມມາດຕະຖານຂອງອີຢູ ເຊິ່ງກໍເຮັດໃຫ້ ຜູ້ນຳຢູເຄຼຮ ບໍ່ພໍໃຈຕໍ່ທ່າທີດັ່ງກ່າວ..
ທີ່ມາ: ສາຍຂ່າວ