ພາສີ ແຂວງຊຽງຂວາງ ກັກລົດຂົນແຮ່ ທີ່ບໍ່ມີເອກະສານຈໍານວນ 13 ຄັນ.

ພາສີ ແຂວງຊຽງຂວາງ ກັກລົດຂົນແຮ່ ທີ່ບໍ່ມີເອກະສານຈໍານວນ 13 ຄັນ.

ໃນເວລາ 1 4:30 ໂມງຂອງວັນທີ 25 ຕຸລາ 2022 ຜ່ານມານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນໍ້າເກື້ອ ເມືອງຄຳ ແຂວງຊຽງຂວາງ, ໄດ້ຮັບແຫຼ່ງຂາວຈາກພົນລະເມືອງດີວ່າ: ມີການຂົນແຮ່ອອກຈາກເຂດບ້ານຍອດລ້ຽງ ເມືອງຄຳ ແຂວງຊຽງ.

ເມື່ອໄດ້ຮັບແຫຼ່ງຂາວຄືດັ່ງນັ້ນ, ເຈົ້າໜ້າທີ່ ພສປ, ຈຶ່ງໄດ້ປະສານສົບກັບພາສີ ປະຈຳແຂວງຊຽງຂວາງ, ເພື່ອຕິດຕາມຕາມເສັ້ນທາງດັ່ງກ່າວ, ມາຮອດເວລາ 24:00 ໂມງຂອງວັນດຽວກັນ

ຈຶ່ງໄດ້ສະກັດ ແລະ ຂໍອະນຸຍາດກວດກາແຮ່ທາດເບື້ອງຕົ້ນຈຳນວນ 13 ຄັນ, ນໍ້າໜັກແຮ່ທາດ ຈຳນວນ: 674.680 ກິໂລກຣາມດັ່ງກ່າວແມ່ນບໍ່ເອກະສານຫຍັງ.

ດັ່ງນັ້ນ, ຈຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ມອບສຳນວນຄະດີ, ລົດຈຳນວນດັ່ງກ່າວສົ່ງມອບໃຫ້ພາສີ ປະຈຳແຂວງຊຽງຂວາງ, ເປັນຜູ້ດຳເນີນການແກ້ໄຂຄະດີຕາມກົດໝາຍ ແລະ ລະບຽບການ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page