ຊວນມາຮູ້ຈັກຕໍານານ ແລະ ຄວາມເປັນມາຂອງພຣະທາດສີໂຄດຕະບອງ ທີ່ແຂວງຄໍາມ່ວນ

ຊວນມາຮູ້ຈັກຕໍານານ ແລະ ຄວາມເປັນມາຂອງພຣະທາດສີໂຄດຕະບອງ ທີ່ແຂວງຄໍາມ່ວນ

ພຣະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງແຂວງຄໍາມ່ວນ ຕັ້ງຢູ່ເຂດບ້ານສີໂຄດ ເມືອງທ່າແຂກ ແຄມແມ່ນໍ້າຂອງເຊີ່ງຫ່າງຈາກຕົວເມືອງ ທ່າແຂກ ໄປທາງທິດໃຕ້ປະມານ 6 ກິໂລແມັດ ພຣະທາດນີ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ 6-8 ເປັນບ່ອນບັນຈຸອັດຖິ ( ກະດູກ )

ຂອງພຣະພຸດທະເຈົ້າ. ໃນສັດຕະວັດທີ 16 ເຈົ້າໄຊຍະເຊດຖາທິຣາຊໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍເພິ່ມປະຕິມະກໍາດອກບົວຕິດໃສ່ຈອມໃນປີຄສ 1539 ປັດຈຸບັນ ພຣະທາດສີໂຄດຕະບອງ ປະກອບດ້ວຍເສດຕະສັດ 7 ຊັ້ນ ສູງ 2 ແມັດ ໃນແກນເປັນເຫຼັກ ສ່ວນເສດຕະສັດແມ່ນເຮັດດ້ວຍເງິນ ແລະ ຄໍາ ຢູ່ປາຍມີໂຄມແກ້ວ ແລະ ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ ສູງ 30 ແມັດ.

ພຣະທາດສີໂຄດຕະບອງ ຖືກຮຽກຂານຕາມຊື່ນະຄອນເກົ່າ ແລະ ຣາຊວົງເກົ່າສີໂຄດຕະບອງ ທີ່ໄດ້ຍົກຍ້າຍນະຄອນມາຈາກເມືອງສີໂຄດຕະບອງ ນະຄອນຫຼວງ ຕາມພຣະຣາຊອົງການຂອງພຣະເຈົ້າແຜ່ນດິນລ້ານຊ້າງພຣະທາດອົງນີ້ຖືກສ້າງຂຶ້ນໃຫມ່

ແທນອົງເດີມພຣະທາດເກົ່າ ເຊິ່ງເປັນທີ່ບັນຈຸພຣະບໍຣົມສາລີຣິຄະທາດຂອງພຣະພຸດທະເຈົ້າເຖິງ4ພຣະອົງ ເຊິ່ງບໍ່ແມ່ນພະອັດຖິພະເຈົ້າສີໂຄດຕະບອງ ດັ່ງທີ່ເຂົ້າໃຈ, ນອກນີ້ ໃນຫໍສິມເບື້ອງເໜືອ ຍັງມີພຣະເຈົ້າໃຫຍ່ ທີ່ສ້າງຂຶ້ນໂດຍພຣະເຈົ້າອະນຸຕຣຸທຣາຊາອີກດ້ວຍ.

ສະໄໝເມືອງວຽງຈັນເກີດຄວາມເດືອດຮ້ອນມີຊ້າງປ່າບຸກເຂົ້າມາທໍາລາຍໄຮ່ນາຮົ້ວສວນເຄື່ອງປູກຂອງຝັງຕະຫຼອດຮອດບ້ານເຮືອນຂອງປະຊາຊົນເຈົ້າເມືອງວຽງຈັນຈຶ່ງປະກາດຫາຄົນດີມາປາບຊ້າງ ຖ້າໃຜປາບໄດ້ຈະຍົກພະທິດາແຫ່ງວຽງຈັນໃຫ້ເປັນຄູ່ຄອງ ທ້າວສີໂຄດ ຜູ້ມີອາວຸດວິເສດເປັນກະບອງເພັດ ຜູ້ທີ່ມີວິຊາເກັ່ງກ້າຫາໃຜປຽບບໍ່ໄດ້ກໍຮັບອາສາມາປາບຊ້າງ ແລະ ກໍສາມາດປາບຊ້າງໄດ້ສໍາເລັດ ພະເຈົ້າແຜ່ນດິນຈຶ່ງຍົກ ເຈົ້ານາງ ຂຽວຂອມເທວີ

ພະທິດາໃຫ້ແກ່ທ້າວສີໂຄດແລ້ວສ້າງຜາສາດຫີນໃຫ້ຢູ່ ຕໍ່ມາພະຍາວຽງຈັນຢ້ານວ່າທ້າວສີໂຄດຈະຍາດແຍ່ງລາຊະບັນລັງຈຶ່ງໃຊ້ກົນອຸບາຍຕ່າງໆເພື່ອຈະກໍາຈັດທ້າວສີໂຄດແຕ່ບໍ່ສໍາເລັດ ເພາະທ້າວສີໂຄດຟັນແທງບໍ່ເຂົ້າຈຶ່ງຂ້າບໍ່ຕາຍ ພະເຈົ້າວຽງຈັນຈຶ່ງຄິດກົນອຸບາຍໂດຍຕົວະຖາມຈາກທິດາຂອງຕົນວ່າ: ຍ້ອນຫຍັງທ້າວສີໂຄດຈຶ່ງເປັນຄົນເກັ່ງ ແລະ ຂ້າບໍ່ຕາຍ ລູກສາວບໍ່ຮູ້ເລ່ກົນຂອງພໍ່ຈຶ່ງໄດ້ໄປຖາມທ້າວສີໂຄດວ່າ: ເປັນຫຍັງອ້າຍຈຶ່ງເປັນຄົນເກັ່ງ ແລະ ຂ້າບໍ່ຕາຍ ທ້າວສີໂຄດບໍ່ຮູ້ເຖິງອັນຕະລາຍທີ່ຈະເກີດກັບຕົນເອງ

ຍ້ອນຄວາມຮັກເມຍຈຶ່ງເລົ່າເລື່ອງສະໄໝບວດເປັນຈົວໃຫ້ເມຍຟັງ ທີ່ຕົນເອງສາມາດປາບຊ້າງໄດ້ນັ້ນກໍເພາະຄັ້ງໜຶ່ງໄດ້ຫຸງເຂົ້າຖວາຍຍາພໍ່ໄດ້ຫັກເອົາໄມ້ດິບມາຄົນໝໍ້ເຂົ້າເຮັດໃຫ້ເຂົ້ານັ້ນກາຍເປັນສີດໍາຍາພໍ່ໃຈຮ້າຍຈຶ່ງສັ່ງໃຫ້ຈົວສີໂຄດກິນເຂົ້າໝໍ້ນັ້ນຄົນດຽວ ຕໍ່ມາຈຶ່ງເຮັດໃຫ້ຈົວສີໂຄດມີພະລັງມະຫາສານ ອີກທັງຟັນແທງບໍ່ເຂົ້າຂ້າບໍ່ຕາຍດ້ວຍດາບ ເມຍກໍຖາມຕໍ່ໄປວ່າມີທາງໃດທີ່ຄົນອື່ນຈະຂ້າເຈົ້າອ້າຍໃຫ້ຕາຍໄດ້ ທ້າວສີໂຄດບໍ່ຄິດວ່າເມຍຈະສາມາດຂ້າຕົວເອງລົງຄໍໄດ້ ຈຶ່ງຕອບໄປວ່າ: ເຂົ້າທາງຮູເກົ່າ (ຮູທະວານ) ເທົ່ານັ້ນກໍຕາຍດອກ

ພະທິດາຈຶ່ງໄດ້ນໍາເອົາຄວາມໄປເລົ່າໃຫ້ພໍ່ຟັງ ພະເຈົ້າແຜ່ນດິນຈຶ່ງຫາກົນອຸບາຍທີ່ຈະຂ້າທ້າວສີໂຄດໂດຍການເຊີນທ້າວສີໂຄດໄປຮ່ວມສະເຫວີຍອາຫານທີ່ພະລາຊະວັງ ແລະ ໃກ້ໆບໍລິເວນນັ້ນໄດ້ເຮັດສ້ວມຖ່າຍໂດຍໄດ້ວາງຫອກໄວ້ໃນສ້ວມນັ້ນ

ພໍສະເຫວີຍອາຫານແລ້ວທ້າວສີໂຄດກໍເຂົ້າໄປຫ້ອງສ້ວມເຮັດໃຫ້ຫອກຂຶ້ນມາສຽບເຂົ້າຮູທະວານເປັນໄປຕາມແຜນການທີ່ວາງໄວ້ແຕ່ທ້າວສີໂຄດບໍ່ຕາຍທັນທີ ແລະ ທ້າວສີໂຄດໄດ້ຮຸ້ວ່າເສຍຮູ້ຜູ້ຍິງແລ້ວຈຶ່ງໄດ້ກັບເມືອຕາຍທີ່ເມືອງສີໂຄດຕະບອງ ກ່ອນຕາຍທ້າວໄດ້ສາບແຊ່ງເມືອງວຽງຈັນວ່າ: ໃຫ້ຮຸ່ງເຮືອງພຽງຊ້າງພັບຫູ ພຽງງູແລບລີ້ນ ເພາະຄົນວຽງຈັນເປັນຄົນບໍ່ມີສັດຈະທໍາ ຂະໜາດວ່າທ້າວສີໂຄດປາບຊ້າງໃຫ້ແລ້ວຍັງຫາວິທີກໍາຈັດໃຫ້ຕາຍໄດ້ລົງຄໍ.

ບົດຄວາມ: ພຣະທາດສີໂຄດຕະບອງ
Photo: Laos Legend

Via Laoslanshare

Leave a Reply

Your email address will not be published. Required fields are marked *

You cannot copy content of this page