ເຕືອນໄພ! ແມ່ແຊອຸທາຫອນ ຊື້ເຂົ້າໜົມຄັວນອອກປາກໃຫ້ລູກກິນແຕ່ກາຍເປັນແຜໃນປາກ

ເຕືອນໄພ! ແມ່ແຊອຸທາຫອນ ຊື້ເຂົ້າໜົມຄັວນອອກປາກໃຫ້ລູກກິນແຕ່ກາຍເປັນແຜໃນປາກ

ການມີເດັກໃນປົກຄອງໂດຍສະເພາະເດັກນ້ອຍທີ່ຍັງບໍ່ຮູ້ຈັກຫຍັງ ຜູ້ປົກຄອງຈຳເປັນຕ້ອວໃຫ້ຄວາມດູແລແລະເອົາໃຈໃສ່ໃຫ້ເປັນພິເສດ ບໍ່ວ່າຈະເປັນເລື່ອງອາຫານການກິນ ຫຼືການໃຊ້ຊີວິດປະຈຳວັນອື່ນໆ ແຕ່ບາງຄັ້ງເຖິງຈະດູແລແລ້ວກໍຍັງມີຂໍ້ຜິດພາດເກີດຂຶ້ນໄດ້.

ຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາແຊປະສົບການອຸທາຫອນການຊື້ຂອງກິນໃຫ້ລູກນ້ອຍ ເປັນເຂົ້າໜົມທີ່ເຮັດດ້ວຍສານແຫຼວ ໂດຍແມ່ທ່ານນີ້ກ່າວວ່າ “ພໍ່ແມ່ຜູ້ປົກຄອງບໍ່ຄວນຊື້ໃຫ້ລູກກິນ ດ້ວຍຄວາມທີ່ບໍ່ຮູ້ວ່າມັນອັນຕະລາຍ ແລ້ວກ່ອນໜ້າທີ່ກໍເຄີຍຊື້ໃຫ້ກິນແລ້ວແຕ່ບໍ່ເປັນຫຍັງ ແຕ່ຄັ້ງນີ້ສານແຫຼວມັນຫຼາຍເກີນໄປ

ຕອນກິນບອກແມ່ວ່າເຈັບປາກ ແລ້ວປາກເລີ່ມໂພງເປັນສີຂາວ ມື້ຕໍ່ມາເປັນສີແດງມີເລືອດອອກເຈັບບາດແຜ ບອກແມ່ວ່າ ແມ່ລູກຈະບໍ່ກິນອີກແລ້ວກິນຫຍັງກໍ່ເຈັບ ຜູ້ໃຫຍ່ກິນຍັງເຈັບເຫືອກແລ້ວ

ເຊິ່ງໃນຊ່ວງໜຶ່ງນັ້ນເຂົ້າໜົມປະເພດນີ້ເຄີຍຮິດຢູ່ຊ່ວງໜຶ່ງ ເຊິ່ງປົກກະຕິການໃຊ້ສານແຫຼວມາເຮັດເຂົ້າໜົມ ຕາມຫຼັກຖືວ່າປອດໄພ ຄືເອົາມາເປັນສານສ້າງຄວາມເຢັນ ເຮັດໃຫ້ເຂົ້າໜົມມັນແຂງຕົວເຢັນໃນເວລາອັນສັ້ນ ແຕ່ເວລາກິນຕ້ອງຖ້າໃຫ້ສານແຫຼວມັນລະເຫີຍໄປໃຫ້ໝົດກ່ອນ

ຫາກຖ້າບໍ່ດົນແລ້ວກິນເຂົ້າໄປຈະເຮັດໃຫ້ເກີດຄວາມເສຍຫາຍກັບເນື້ອເຍື້ອ ຄືກິນນ້ຳກ້ອນກັດ ໃນຕ່າງປະເທດເຄີຍມີກໍລະນີທີ່ກິນສານແຫຼວທີ່ລະເຫີຍບໍ່ໝົດຜົນຄືກະເພາະຊອດ ດັ່ງນັ້ນໃຜຢາກກິນຕ້ອງຖ້າຄັວນຂາວໆອອກໝົດກ່ອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page