ແມ່ນແທ້ຫຼືບໍ່? ປ້ຳນ້ຳມັນ ປຕທ ອອກກົດຕ້ອງຊື້ເຄື່ອງດື່ມກ່ອນ 100,000ກີບຈຶ່ງໃສ່ນ້ຳມັນໄດ້
ຈາກສະຖານະການທີ່ປໍ້ານ້ຳມັນຫຼາຍໆແຫ່ງໃນນະຄອນຫຼວງວຽງຈັນ ໄດ້ປິດຕົວລົງຊົ່ວຄາວ ເຮັດໃຫ້ປະຊາຊົນມີຄວາມຍາກລໍາບາກໃນການຊອກຫານ້ຳມັນມາຊົມໃຊ້.
ທັງນີ້ ໄດ້ມີຫຼາຍໆປະເດັນຂຶ້ນກ່ຽວກັບນ້ຳມັນໃນໄລຍະຫຼາຍມື້ມານີ້

ເຊັ່ນດຽວກັນກັບມື້ນີ້ ວັນທີ 12 ພຶດສະພາ 2022 ໄດ້ມີຜູ້ໃຊ້ Facebook ຊື່ Fong Clpn ໄດ້ອອກມາໂພສຮູບພາບກ່ຽວກັບເງື່ອນໄຂໃນການຕື່ມນ້ຳມັນຂອງ ປ້ໍານ້ຳມັນ ປຕທ ສາຂາ ສີ່ແຍກທາດຫຼວງ ທີ່ລູກຄ້າຕ້ອງໄດ້ຊື້ເຄື່ອງດື່ມພາຍໃນ ຮ້ານ ອາເມຊອນ

ເປັນຈຳນວນ 100,000 ກີບ ສຳລັບລົດໃຫຍ່ ແລະ 50,000 ກີບ ສໍາລັບລົດຈັກຈຶ່ງຈະມີສິດຕື່ມນ້ຳມັນໄດ້. ຢ່າງໃດກໍຕາມ ບໍ່ຮູ້ວ່າເລື່ອງນີ້ມີຂໍ້ເທັດຈິງແນວໃດ ຖ້າຫາກວ່າມັນແມ່ນເລື່ອງແທ້ ກໍຕ້ອງໄດ້ລໍຖ້າທາງຜູ້ທີ່ກ່ຽວຂ້ອງມາຊີ້ແຈງຕື່ມ.

ຂອບໃຈຮູບພາບ ແລະ ຂໍ້ມູນຈາກ: https://cutt.ly/vHoj8aq
ທີ່ມາ: Lao X