Coco de Mer ໝາກພ້າວທະເລທີ່ໄດ້ຊື່ວ່າເປັນເມັດພືດທີ່ໃຫຍ່ທີ່ສຸດໃນໂລກ

Coco de Mer ໝາກພ້າວທະເລທີ່ໄດ້ຊື່ວ່າເປັນເມັດພືດທີ່ໃຫຍ່ທີ່ສຸດໃນໂລກ

ບໍລິເວນໝູ່ເກາະເຂດຮ້ອນຂອງໝູ່ເກາະເຊເຊວເປັນເຮືອນຂອງຕົ້ນປາມໃນຕຳນານທີ່ມີເມັດໃຫຍ່ ຈົນໄດ້ຮັບການບັນທຶກຈາກກິນເນສບຸກວ່າເປັນ “ ເມັດພືດທີ່ໃຫຍ່ທີ່ສຸດໃນໂລກ”
Lodoicea maldivic ຫຼື Coco de Mer ເປັນທີ່ຮູ້ຈັກກັນໃນຊື່ ໝາກພ້າວແຝດ, ຕານທະເລ ຫຼືໝາກພ້າວທະເລ ເປັນຕົ້ນປາມສາຍພັນຫາຍາກ

ທີ່ມີຄວາມສູງລະຫວ່າງ 25ເຖິງ 34ແມັດ ແລະມັນຈະຜະລິດເມັດຂະໜາດໃຫຍ່ທີ່ມີຄວາມຍາວເຖິງ 1ຟຸດ ມີເສັ້ນຮອບວົງເກືອບ 3ຟຸດ ແລະມີນ້ຳໜັກເກືອບ 20ກິໂລ


ຕຳນານຂອງ Coco de Mer ມີປາກົດຢູ່ຫຼາກຫຼາຍຕັ້ງແຕ່ສະໄໝອາດີດ ນັກເດີນເຮືອໃນຍຸກບູຮານມັກພົບເມັດພືດນີ້ໃນທະເລ ໂດຍທີ່ບໍ່ເຄີຍເຫັນຕົ້ນມັນມາກ່ອນ ມັນຈຶ່ງໄດ້ຊື່ວ່າໃນພາສາຝຣັ່ງວ່າ

Coco de Mer ທີ່ແປວ່າ ໝາກພ້າວທະເລ ແລະຜູ້ຄົນຕ່າງຄິດວ່າຕົ້ນຂອງມັນຄົງຢູ່ໃນທະເລ ແຕ່ຄວາມເປັນຈິງແລ້ວເມັດປາມທີ່ໜັກຫຼາຍ ຈະຈົມລົງສູ່ກົ້ນທະເລ ຫຼັງຈາກນັ້ນບໍ່ດົນເປືອກທີ່ຫຸ້ມມັນຈະຫຼຸດອອກເເລະເຮັດໃຫ້ເມັດລອຍຂຶ້ນມາຈາກພື້ນທະເລ ແຕ່ບາງຄົນກໍ່ເຊື່ອວ່າມັນເປັນໝາກໄມ້ຈາກສະຫວັນທີ່ຕົກລົງມາຈາກຟ້າ.

ໃນຂະນະທີ່ດົນໆຄັ້ງມັນຖືກຄື່ນຊັດເຂົ້າຫາຝັ່ງຈົນກາຍເປັນຂອງແປກຫາຍາກຍິ່ງກວ່າ ເພັດ,ພອຍ ຈົນກະທັ່ງຖືກນຳໄປຖະຫວາຍໃຫ້ບໍລິສັດຣິດຫຼືສຸຕ່ານເຊິ່ງຖືກນຳໄປປະດັບບາລະມີຫຼືມີຄວາມເຊື່ອວ່າເປັນຢາວິເສດຮັກສາໂລກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page