ປະເທດລິດຕັວນີກ່າວວ່າທຸກປະເທດຄວນໂຄ່ນລົ້ມລັດເຊຍ
ລັດຖະມົນຕີກະຊວງການຕ່າງປະເທດລິດຕັວນີກ່າວວ່າ ຄວນໂຄ່ນລົ້ມລັດຖະບານຣັດເຊຍເພື່ອເຮັດໃຫ້ຣັດເຊຍສິ້ນສຸດລົງສົງຄາມ. ເພິ່ນບອກວ່າ ບັນດາປະເທດໃນໂລກຕ້ອງກະກຽມຄວາມພ້ອມໃຫ້ດີ ເພາະຣັດເຊຍອາດຈະເຮັດສົງຄາມກັບປະເທດອື່ນ
ໂດຍສະເພາະແມ່ນປະເທດເປັນສະມາຊິກນາໂຕ້ອີກເທື່ອ. ເພິ່ນຍັງຮຽກຮ້ອງໃຫ້ທະຫານອາເມຣິກາມາປະຈຳການຢູ່ລິດຕັວນີແບບຖາວອນ ໂດຍອ້າງວ່າທະຫານອາເມຣິກາສາມາດສະກັດກັ້ນການຮຸກຮານຂອງຣັດເຊຍ.
ປະເທດລິດຕັວນີເປັນປະເທດທຳອິດໂຈະການນຳເຂົ້າອາຍແກັສຣັດເຊຍ ໂດຍເປັນຜູ້ສະໜັບສະໜູນທີ່ເຂັ້ມແຂງຂອງຢູເຄຣນ. ໃນວັນທີ 10 ພຶດສະພາ ລັດຖະສະພາລິດຕັວນີໄດ້ຮັບຮອງມະຕິກ່ຽວກັບປະນາມຣັດເຊຍໄດ້ກໍ່ອາຊະຍາກຳສົງຄາມຢູ່ໃນຢູເຄຣນ ແລະປະຕິບັດການກໍ່ການຮ້າຍເປັນເອກະພາບກັນ.
ຮອງປະທານຄະນະກຳມະການກິດຈະກຳສາກົນຣັດເຊຍເຕືອນລິດຕັວນີ ການກະທຳຂອງລິດຕັວນີຈະທຳລາຍສາຍພົວພັນເສດຖະກິດ-ການຄ້າລະຫວ່າງລິດຕັວນີແລະຣັດເຊຍ ຫຼືຣັດເຊຍອາດຈະຫຼຸດລະດັບການພົວພັນທາງການທູດກັບລິດຕັວນີລົງປັນລະດັບອຸປະທູດ.
ທີ່ມາ: Lao Gossip News