ລ່າສຸດ! ປ້ຳ ປຕທ ໄດ້ຍົກເລີກກົດການຊື້ເຄື່ອງດື່ມກ່ອນຈຶ່ງໄດ້ຕື່ມນ້ຳມັນແລ້ວເດີ

ລ່າສຸດ! ປ້ຳ ປຕທ ໄດ້ຍົກເລີກກົດການຊື້ເຄື່ອງດື່ມກ່ອນຈຶ່ງໄດ້ຕື່ມນ້ຳມັນແລ້ວເດີ

ຈາກໂພສທີ່ອອກມາໃຫ້ຂໍ້ມູນວ່າ ປ້ຳນ້ຳມັນ ປຕທ ສີ່ແຍກທາດຫຼວງ ອອກກົດວ່າຕ້ອງຊື້ເຄື່ອງດື່ມ 100,000 ກີບກ່ອນຈຶ່ງສາມາດຕື່ມນ້ຳມັນໄດ້ ກາຍເປັນຫາງສຽງສັງຄົມໃນໂລກໂຊຊຽວ ເກີດສຽງວິພາກວິຈານກັນຢ່າງແຜ່ຫຼາຍ

ເຖິງການຕະຫຼາດທີ່ສວຍໂອກາດໃນຍາມວິກິດແບບນີ້ ເຊິ່ງຫຼ້າສຸດ ພະລັງໂຊຊຽວກໍເກີດຜົນ ມີຜູ້ບໍລິໂພກໄດ້ອອກມາໃຫ້ຂໍ້ມູນໃນໂຊຊຽວວ່າ ປ້ຳນ້ຳມັນດັ່ງກ່າວໄດ້ຍົກເລີກກົດນັ້ນແລ້ວ ທຸກຄົນສາມາດໄປຕື່ມນ້ຳມັນໄດ້ແບບບໍ່ຕ້ອງຊື້ເຄື່ອງດື່ມກ່ອນໄດ້ແລ້ວ.

ຂອບໃຈຮູບພາບຈາກ: https://cutt.ly/vHoj8aq
ທີ່ມາ: Lao X

Leave a Reply

Your email address will not be published. Required fields are marked *

You cannot copy content of this page