ທ່ານສີຈິ້ນຜິງ ຈັດພິທີຕ້ອນຮັບທ່ານຫງວຽນຟູຈອງຢ້ຽມຢາມຈີນ.

ທ່ານສີຈິ້ນຜິງ ຈັດພິທີຕ້ອນຮັບທ່ານຫງວຽນຟູຈອງຢ້ຽມຢາມຈີນ.

ຕອນບ່າຍວັນທີ 31 ຕຸລາ 2022, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ຈັດພິທີຕ້ອນຮັບທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມມາຢ້ຽມຢາມຈີນຢ່າງເປັນທາງການ.

ພາຍຫຼັງພິທີຕ້ອນຮັບແລ້ວ, ທ່ານສີຈິ້ນຜິງ ໄດ້ພົບປະກັບທ່ານຫງວຽນຟູຈອງ. ສອງຝ່າຍກ່າວເປັນເອກະພາບກັນວ່າ: ຈະຍຶດໝັ້ນແນວທາງ “16 ຕົວໜັງສື” ແລະ ຈິດໃຈ “4 ດີ”, ເສີມສ້າງມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ

ເພີ່ມທະວີການແລກປ່ຽນກັນທາງຍຸດທະສາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນຢ່າງສົມເຫດສົມຜົນ ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ທີ່ມາ CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page