ສປ ຈີນ ສົ່ງດາວທຽມຂຶ້ນ ສູ່ອະວະກາດສຳເລັດ

ສປ ຈີນ ສົ່ງດາວທຽມຂຶ້ນ ສູ່ອະວະກາດສຳເລັດ

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 29 ຕຸລານີ້, ສປ ຈີນ ໄດ້ປະສົບຜົນສຳເລັດ ໃນການນຳໃຊ້ ຈະຫລວດ ສົ່ງຍານ “ສາງເຈີ່ງ 2D” ສົ່ງດາວທຽມ Shiyan-20C ຂຶ້ນສູ່ອະວະກາດ ຈາກສູນສົ່ງ ດາວທຽມ ຈິວສວນ, ດາວທຽມ ດວງດັ່ງກ່າວ ໄດ້ເຂົ້າສູ່ ວົງໂຄຈອນ ຕາມທີ່ກຳນົດໄວ້ ຊຶ່ງເປັນ ຂີດໝາຍ

ສະແດງ ໃຫ້ເຫັນວ່າ ການສົ່ງ ດາວທຽມ ໃນຄັ້ງນີ້ ໄດ້ປະສົບ ຜົນສຳເລັດ ຢ່າງຈົບງາມ. ດາວທຽມ Shiyan-20C ຕົ້ນຕໍ ແມ່ນນຳໃຊ້ ເຂົ້າໃນ ການທົດລອງ ກວດສອບ ເຕັກນິກ ໃໝ່ຕ່າງໆ ຕາມວົງໂຄຈອນ ເຊັ່ນ: ການຕິດຕາມ ວັດແທກ ສະພາບ ແວດລ້ອມ ທາງອະວະກາດ ແລະ ອື່ນໆ.

ການສົ່ງດາວທຽມ ໃນຄັ້ງນີ້ ຖືເປັນ ການປະຕິບັດ ໜ້າທີ່ ການບິນ ເທື່ອທີ 445 ຂອງ ຈະຫລວດ ສົ່ງຍານ “ສາງເຈີ່ງ”./ (ບັນນາທິການ: ຂ່າວຕ່າງ ປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page