ເລັ່ງຕາມຫາ ຊາຍໃສ່ຫູກະຕ່າຍ ຄາດກ່ຽວຂ້ອງເຫດໂສກນາດຕະກຳອີແທວອນ

ເລັ່ງຕາມຫາ ຊາຍໃສ່ຫູກະຕ່າຍ ຄາດກ່ຽວຂ້ອງເຫດໂສກນາດຕະກຳອີແທວອນ

ສຳນັກຂ່າວໂຊຊຸນ ຂອງເກົາຫຼີໃຕ້ລາຍງານວ່າ ຕຳຫຼວດເລີ່ມການສອບສວນຢ່າງເຕັມຮູບແບບເພື່ອຄົ້ນຫາສາເຫດຂອງ ໂສກນາດຕະກຳອີແທວອນ ປະເທດເກົາຫຼີ ລວມເຖິງກວດສອບຄວາມຖືກຕ້ອງຂອງຂ່າວລືທີ່ປະກົດທາງອິນເຕີເນັດກ່ຽວກັບ ຊາຍໜຸ່ມໃສ່ໂກບຜົມຫູກະຕ່າຍ

ໂດຍຂ່າວລືດັ່ງກ່າວໄດ້ເວົ້າເຖິງຈຸດເລີ່ມຕົ້ນເຫດການສະຫຼົດວ່າ ເກີດຈາກຊາຍໃສ່ໂກບຜົມຫູກະຕ່າຍແລະກຸ່ມໝູ່ອີກ 4-5ຄົນຂອງລາວ ເປັນຜູ້ຮ້ອງວ່າ ຍູ້ເລີຍ ດັນເລີຍ.
ຊາວເນັດທ່ານໜຶ່ງທີ່ຢູ່ໃນເຫດການເລົ່າວ່າ ເວລາປະມານ 03:35 ຂອງວັນທີ່ 30 ຕຸລາ

ດ້ານຫຼັງຂອງລາວມີຊາຍຄົນໜຶ່ງອາຍຸປະມານ 20ປາຍປີ ຮ້ອງຂຶ້ນມາວ່າ ຍູ້ແມະ ດັນທະແມະ ຈາກນັ້ນຊາຍຄົນນັ້ນກໍ່ດັນຕົນຈາກດ້ານຫຼັງຈົນຕົນລົ້ມລົງ ເຊິ່ງຄຳກ່າວນີ້ສອດຄ້ອງກັບຄຳໃຫ້ການຂອງພະຍານແລະຜູ້ລອດຊີວິດວ່າມີໃຜບາງຄົນຈົງໃຈຍູ້ກັນ.

ດ້ວຍເຫດນີ້ ຊາວເນັດຈຶ່ງເລີ່ມຕາມຫາຊາຍທີ່ໃສ່ໂກບຜົມຫູກະຕ່າຍດັ່ງທີ່ປາກົດໃນວີດີໂອ ແລະ ຊາວເນັດພາກັນປະນາມວ່າເປັນ ຕົວການຫຼັກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page