ຊາວອິນເດຍ ຈົມນ້ຳເສຍຊີວິດ 50 ກວ່າຄົນ ຈາກເທດສະການບູຊາ ດວງຕາເວັນ

ຊາວອິນເດຍ ຈົມນ້ຳເສຍຊີວິດ 50 ກວ່າຄົນ ຈາກເທດສະການບູຊາ ດວງຕາເວັນ

ຂປລ.ສຳນັກຂ່າວ ຊິນຮວາ, ວັນທີ 2 ພະຈິກນີ້, ປະຊາຊົນ ອິນເດຍ ຢ່າງໜ້ອຍ 53 ຄົນ ຈົມນ້ຳເສຍຊີວິດ ໃນແມ່ນ້ຳ ແລະ ແຫລ່ງອື່ນໆ ໃນຫລາຍເຂດ ຂອງ ລັດພິຫານ ທາງພາກຕາເວັນອອກ ຂອງປະເທດອິນເດຍ ໃນລະຫວ່າງ ເທດສະການ ສັດປູຊາ (Chat Pucha)

ຂອງ ຊາວຮິນດູ ຫລື ເທດສະການ ບູຊາ ດວງຕາເວັນ ທີ່ຈັດຂຶ້ນ ເປັນເວລາ 4 ວັນ. ຈາກນັ້ນ ທ່ານ ນິທິສ ກຸມານ (Nithish Kumar), ຜູ້ວ່າການລັດ ພິຫານ (Bihar)ໄດ້ກ່າວສະແດງ ຄວາມເສຍໃຈ ຕໍ່ ເຫດການ ດັ່ງກ່າວພ້ອມທັງ ປະກາດ ຈັດສັນ ເງິນຄ່າຊົດເຊີຍ ຈຳນວນ 4.833 ໂດລາ ສະຫະລັດ ໃຫ້ແກ່ ຄອບຄົວ ຜູ້ເຄາະຮ້າຍ ແຕ່ລະຄົນແລະ ສັ່ງໃຫ້ ເຈົ້າໜ້າທີ່ ປະຈຳເຂດທັງໝົດຮັບຮອງ ການມອບເງິນ ຊົດເຊີຍນີ້ ໃຫ້ໄວທີ່ສຸດ.

(ບັນນາທິການ:ຂ່າວຕ່າງປະເທດ) ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page