ຈັບແລ້ວ! ຄົນລັກອຸປະກອນສະຖານີໄຟຟ້າ

ຈັບແລ້ວ! ຄົນລັກອຸປະກອນສະຖານີໄຟຟ້າ

ຕອນເຊົ້າວັນທີ 4 ພະຈິກ 2022 ເວລາ 9:30 ໄດ້ມີແຜນປະກອບຄະດີຂອງບຸກຄົນເຂົ້າມາລັກເອົາອຸປະກອນໄຟຟ້າຂອງສະຖານີໄຟຟ້າໂຄກສະອາດ, ເມືອງໄຊທານີ ນະຄອນຫຼວງ ເຊິ່ງຜູ້ກ່ຽວໄດ້ລັກເຂົ້າມາຕັດເອົາສາຍດີນທີ່ເປັນທອງແດງ 3 ຄັ້ງ ຄັ້ງທີ 1 ວັນທີ 2/10/2022 ຄັ້ງທີ2 ວັນທີ 6/10/2022 ແລະ ຄັ້ງທີ 3 ໃນວັນທີ 14/10/2022 ຜູ້ກ່ຽວໄດ້ຕັດເອົາ 9 ຈຸດ ລວມຄວາມເສຍຫາຍ 16 ລ້ານກວ່າກີບ ອີງຕາມແຈ້ງການ ກະຊວງພະລັງງານ ແລະ ບໍ່ແຮ່

ສະບັບເລກທີ1295/ຫກ ລົງວັນທີ 3 ມີຖຸນາ 2021 ບຸກຄົນທີ່ລັກອຸປະກອນສາຍສົ່ງໄຟຟ້າແຮງສູງແຮງກາງ ແລະ ແຮງຕໍ່າ ໃຫ້ໃຊ້ຄືນຕາມມູນຄ່າ ພ້ອມທັງປັບໄໝ 200%ຂອງມູນຄ່າເສຍຫາຍ ນອກຈາກນັ້ນ ຖ້າຜູ້ກ່ຽວຫາກເຮັດໃຫ້ລະບົບຮັບສົ່ງໄຟຟ້າຖືກຟ້າຜ່າໝໍ້ແປງໄໝ້ ອຸປະກອນເສຍຫາຍ.
1. ກໍລະນີສົ່ງໄຟບໍ່ໄດ້ 1 ວັນລວມເປັນມູນຄ່າ 793 ລ້ານກວ່າກີບ.

2. ກໍລະນີສົ່ງໄຟບໍ່ໄດ້ 1 ອາທິດລວມມູນຄ່າ 5 ຕື້ 552 ລ້ານກວ່າກີບ.
3. ຖ້າໝໍ້ແປງ 115/22 ກວ ຂະໜາດ 50 ກິໂລໂວນອໍາແປ ມູນຄ່າ 13 ຕື້ກວ່າກີບ.
ສະຖານນີໄຟຟ້າ ຫຼື ລະບົບສົ່ງໄຟຟ້າ ເປັນຊັບຂອງຊາດ ເປັນເຂດທີ່ຕ້ອງຫ້າມ ແລະ ອັນຕະລາຍເຖິງຊີວິດ

ຈິ່ງຫ້າມໃຫ້ທຸກຄົນເຂົ້າໄກ້ ແລະ ລັກເອົາອຸປະກອນທຸກຊະນິດຖ້າທ່ານລະເມີດອາດໄດ້ຮັບໂທດ ຕາມກົດໝາຍບ້ານເມືອງ.

ທີ່ມາ: EDL LAOS

Leave a Reply

Your email address will not be published. Required fields are marked *

You cannot copy content of this page