6 ຂໍ້ເສຍທີ່ເຮັດໃຫ້ຊີວິດຕ່ຳລົງ ຂອງຄົນບໍ່ມັກຄິດກ່ອນເວົ້າ

6 ຂໍ້ເສຍທີ່ເຮັດໃຫ້ຊີວິດຕ່ຳລົງ ຂອງຄົນບໍ່ມັກຄິດກ່ອນເວົ້າ

1.ໃຫ້ເຮັດສະຖານະການບໍ່ດີ: ບາງສະຖານະການທີ່ກຳລັງດີຂຶ້ນ ອາດກັບກາຍເປັນວ່າບໍ່ດີລົງໄດ້ ເນື່ອງຈາກຄວາມຄິດໜ້ອຍ ທີ່ບໍ່ທັນເບິ່ງເຫັນເຖິງຜົນລັບທີ່ຈະຕາມມາ ເຊິ່ງຫຼາຍຄັ້ງທີ່ການເວົ້າຈາແບບບໍ່ຮູ້ຄິດຫຼືພຶດຕິກຳທີ່ບໍ່ທັນໄດ້ຄິດຂອງເຮົາມັນມີສ່ວນເຮັດໃຫ້ສະຖານະການຕ່າງໆໂຫດຮ້າຍລົງ

2.ເກີດຄວາມພິດພາດໄດ້ງ່າຍຂຶ້ນ: ຫຼາຍຄັ້ງທີ່ຄວາມເປັນຄົນຄິດໜ້ອຍຫຼາຍເກີນໄປ ມັກມີສ່ວນເຮັດໃຫ້ເກີດຄວາມຜິດພາດໄດ້ງ່າຍຂຶ້ນ ເພາະຄວາມທີ່ບໍ່ຮູ້ຈັກຄິດໃຫ້ຮອບຄອບຫຼືໄຕ່ຕອງໃຫ້ດີກ່ອນລົງມືເຮັດ ຈຶ່ງເຮັດໃຫ້ຕ້ອງມານັ່ງແກ້ບັນຫາ

3.ທຳຮ້າຍຄວາມຮູ້ສຶກຂອງຄົນອື່່ນ: ການເປັນຄົນທີ່ມີນິໄສຄີິດໜ້ອຍ ບາງຄັ້ງກໍອາດເປັນການມຸ່ງທຳຮ້າຍຄວາມາຮູ້ສຶກຂອບງຄົນອື່ນໃນທາງອອ້ມໄດ້ແບບບໍ່ຮູ້ຕົວ ເພາະການມົວແຕ່ຄິດພຽງວ່າຢາກທີ່ຈະລົງມືເຮັດໂດຍທັນທີຈົນໄດ້ເບິ່ງຂ້າມຄວາມຮູ້ສຶກຂອງຄົນອື່ນ

4.ທຳຮ້າຍຕົນເອງ: ຜົນຈາກຄວາມຄິດໜ້ອຍຫຼືຄວາມບໍ່ຮູ້ຈັກຄິດໃນຕົວ ຄົນເຮົາກໍ່ມັກຈະເປັນອີກສິ່ງໜຶ່ງທີ່ສາມາດຍ້ອນກັບມາທຳຮ້າຍຕົນເອງຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະຜົນຂອງການກະທຳທີ່ຕົນເອງເປັນຄົນກໍ່ໄວ້

5.ຖືກເບິ່ງວ່າບໍ່ຮູ້ຈັກຄິດ: ຂໍ້ເສຍຂອງການເປັນຄົນຄິດໜ້ອຍ ທີ່ຈັດວ່າບໍ່ດີທີ່ສຸດ ຄືການເບິ່ງຈາກສາຍຕາຂອງຄົນຮອບຂ້າງວ່າເປັນ “ ພວກບໍ່ຮູ້ຈັກຄິດ” ເຊິ່ງປະຕິເສດບໍ່ໄດ້ວ່າເປັນອີກໜຶ່ງສິ່ງທີ່ສາມາດບົ່ງບອກຕົວຕົນແລະວຸດທິພາວະຂອງຄົນໆນັ້ນ

6.ຮັບມືກັບບັນຫາບໍ່ທັນ: ພໍໄດ້ກາຍເປັນຄົນທີ່ຄິດຫຍັງໜ້ອຍໆ ແລ້ວກໍມັກຈະລືມຕົວແລະບໍ່ຮູ້ທີ່ຄິດທົບທວນສິ່ງຕ່າງໆໃຫ້ດີກ່ອນ ຈົນສົ່ງຜົນໃຫ້ບໍ່ໄດ້ກຽມພ້ອມໃນການຮັບມືເຖິງຜົນກະທົບທີ່ຈະຕາມມາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page