ໄດ້ຄົບຜູ້ຍິງແບບນີ້ ເຮົາຈະໂຊກດີທີ່ສຸດ
1.ສາມາດດູແລຈັດການຕົນເອງໄດ້: ຜູ້ຍິງພາກພູມໃຈໃນຕົນເອງ ມັກຈະໄດ້ຮັບຄວາມສົນໃຈ ແລະເປັນທີ່ໜ້ານັບຖືໃນສາຍຕາຜູ້ອື່ນ ມີຄວາມຮັບຜິດຊອບໃນການກະທຳຂອງຕົນເອງແລະສາມາດຈັດການເລື່ອງຕ່າງໆໄດ້ເອງ
2.ເພິ່ງພໍໃຈໃນຮູບຮ່າງໜ້່າຕາຂອງຕົນເອງ: ຜູ້ຍິງປະເພດນີ້ຈະເບິ່ງເຫັນຄຸນຄ່າໃນຕົນເອງ ແລະສາມາດຢຽວຢາຄວາມຮູ້ສຶກຕົນເອງໄດ້ ເຖິງແມ່ນວ່າລາວອາດຮູ້ສຶກບໍ່ໝັ້ນຄົງ ແຕ່ຍັງເບິ່ງຕົນເອງດ້ວຍຄວາມພາກພູມໃຈ
3.ເປັນຜູ້ຍິງອິດສະຫຼະເພິ່ງພາຕົນເອງໄດ້: ເວົ້າອີກຢ່າງຄືບໍ່ຕ້ອງການຜູ້ຊາຍ ແຕ່ນີ້ຖືເປັນຂໍ້ດີຜູ້ຍິງອິດສະຫຼະບໍ່ຈຳເປັນຕ້ອງອາໄສຜູ້ອື່ນ ເພື່ອຕອບສະໜອງຄວາມຕ້ອງການສ່ວນຕົວ
4.ບໍ່ເຫັນແກ່ຕົວແລະບໍ່ເອົາແຕ່ໃຈ: ແນ່ນອນວ່າຜູ້ຍິງທີ່ດີບໍ່ມີນິໄສທີ່ເອົາແຕ່ໃຈ ແລະຄິດເຖິງແຕ່ຕົນເອງ ໃນທາງກັບກັນ ມັກຈະໃຫ້ຫຼາຍກວ່າຮັບ ແລະຄິດເຖິງຄົນອື່ນກ່ອນສະເໝີ ຄຸນສົມບັດນີ້ຈະຍິ່ງຊັດຂຶ້ນເມື່ອມີຄວາມສຳພັນ ເພາະຈະມອບທັງຄວາມຮັກ, ຄວາມຊື່ສັດ ແລະຄວາມເຄົາລົບນັບຖືໃຫ້ເຮົາ
5.ບໍ່ສົນໃຈເລື່ອງດຣາມ່າ: ຜູ້ຍິງທີ່ດີມີຄວາມເປັນຜູ້ໃຫຍ່ສູງ ຈະບໍ່ມາໃສ່ໃຈກັບການອວດຟູມຟາຍເກີນຈິງ ບໍ່ສ້າງເລື່ອງລາວຂັດແຍ້ງຈົນບານປາຍຫຼືພະຍາຍາມເຮັດໃຫ້ຫຶງຫວງ ບາງທີ່ອາດຈະຄຽດເລື່ອງດຣາມ່າໄຮ້ສາລະຄືກັນ ຫຼືອາດຈະຫຼາຍກວ່ານັ້ນ
6.ເປັນແຮງບັນດານໃຈໃຫ້ເຮົາພັດທະນາຕົນເອງ: ຜູ້ຍິງທີ່ດີຈະຮູ້ວ່າເຮົາສາມາດພັດທະນາຕົນເອງ ໄປໄດ້ໄກເທົ່າໃດແລະຈະຊ່ວຍສະໜັບສະໜູນເຮົາ ໂດຍບໍ່ຈູ້ຈີ້ ຈຸກຈິກ ປາຖະໜາຈະໃຫ້ເຮົາບັນລຸສັກກາຍະພາບສູງສຸດຂອງຕົນເອງ.