ເລື່ອງນີ້ແທ້ຫຼືບໍ ພີ່ນ້ອງເອີຍເປັນຕາຢ້ານເດີ້ຢ່າເອົາຊີວິດໄປສ່ຽງ
ຊ່ວງນີ້ນ້ຳມັນມາແຮງບໍ່ຢຸດ ໃຫ້ທຸກຄົນມີສະຕິ ແລະນ້ຳໃຈໃຫ້ກັນ ຢ່າສວຍໂອກາດທ່າມກາງຄວາມລຳບາກຂອງຄົນຈຳນວນໜຶ່ງເດີ້ທຸກຄົນ ຄົນລາວເຮົາຊາວພຸດ ພະພຸດທະເຈົ້າສອນໃຫ້ມີເມດຕາໃຫ້ກັນ.

ເຊິ່ງມີຂ່າວທີ່ບໍ່ເປັນທາງການລາຍງານວ່າ ໃນວັນທີ 12 .5.2022 ປະຊາຊົນຈຳນວນຫຼາຍພາກັນໄປຕັກເອົານຳ້ມັນ ໃນບ່ອນທີ່ລົດຂົນນໍ້າມັນເກີດອຸບັດຕີເຫດທີ່ເຂດພູ 5 ຫຼັກ ແຂວງສາລະວັນ ເລື່ອງນີ້ບໍ່ຮູ້ວ່າຂໍ້ມູນຈີງ ຫຼື ເທັດ

ແຕ່ຖ້າຫາກມີເລື່ອງແບບນີ້ເກີດຂຶ້ນແມ່ນບໍ່ຄວນເຂົ້າໃກ້ ເນື່ອງຈາກນ້ຳມັນເປັນວັດຖຸໄວໄຟ ຖ້າຄິດໄຟຂຶ້ນມາແລ້ວຈະເອົາຕົວເອງບໍ່ທັນ.

ຝາກໄວ້ໃຫ້ທຸກຄົນໄດ້ມີສະຕິນຳກັນ ຮັກແພງກັນຢ່າສວຍໂອກາດໃນຍາມວິກິດ ຍາມແບບນີ້ແທນທີ່ຄວນແບ່ງປັນກັນບໍ່ແມ່ນການຍາດແຍ່ງ ຫຼື ສວຍໂອກາດກັກຕຸນເພື່ອສ່ວນຕົວ.

….
