ທ່ານ ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ຮົງກາຣີ

ທ່ານ ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ຮົງກາຣີ

ຂປລ.ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ປີເຕີ ຊີຢາໂຕ Péter SZIJJÁRTÓ) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ, ທ່ານ ສະ ເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ

ເເຕ່ວັນທີ 2-4 ພະຈິກ 2022 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ມິດ ຕະພາບທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສອງປະເທດ ທີ່ມີການພົວພັນຮ່ວມມືທີ່ດີເປັນກ້າວໆມາ ແລະ ໄດ້ຮັບການຍົກລະດັບການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ນັບແຕ່ປີ 2019 ເປັນຕົ້ນມາ.

ການຢ້ຽມຢາມຄັ້ງນີ້ ມີຂຶ້ນໃນທ່າມກາງສອງປະເທດ ສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022). ໃນໂອກາດການຢ້ຽມຢາມດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍ ກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ, ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ

ລະຫວ່າງ ລາວ ແລະ ຮົງກາຣີ ຕະຫລອດໄລຍະຜ່ານມາ ຊຶ່ງການພົວພັນບົນພື້ນຖານແຫ່ງສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໂດຍສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນລະດັບສູງ ແລະ ວິຊາການຂອງສອງປະເທດ ຢ່າງເປັນປົກກະຕິ. ພ້ອມນີ້, ສອງຝ່າຍ ຍັງໄດ້ຊຸກຍູ້ການຈັດຕັ້ງປະຕິບັດໂຄງ

ການ ລາວ-ຮົງກາຣີ ພາຍໃຕ້ເງິນກູ້ຢືມໃນເງື່ອນໄຂບໍ່ມີດອກເບ້ຍ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ໄດ້ຢໍ້າຄືນເຖິງການສືບຕໍ່ຈັດຕັ້ງປະຕິບັດ ໂຄງການແລກປ່ຽນປະ ສົບການນັກການທູດໜຸ່ມນ້ອຍ ຂອງສອງກະຊວງການຕ່າງປະເທດ ລາວ ແລະ ຮົງກາຣີ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາສາກົນ ທີ່ພົ້ນເດັ່ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ລວມທັງສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.

ບົນພື້ນຖານແຫ່ງໝາກຜົນ ຂອງການພົວພັນຮ່ວມມືສອງຝ່າຍທີ່ດີ, ໃນໂອກາດການຢ້ຽມຢາມຄັ້ງນີ້ ໄດ້ມີການລົງ ນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາ ຊຶ່ງຝ່າຍ ຮົງກາຣີ ສືບຕໍ່ໃຫ້ທຶນການສຶກສາແກ່ນັກສຶກສາລາວ ສຳລັບສົກປີ 2023-2025 ຈໍານວນ 150 ທຶນຕໍ່ປີ. ປັດຈຸບັນ ມີນັກສຶກສາລາວ ກໍາລັງຮຽນຢູ່ ຮົງກາຣີ ປະມານ 400 ຄົນ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດໂອ້ລົມພະນັກງານສະ ຖານທູດ ແລະ ນັກສຶກສາລາວອີກດ້ວຍ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ຮົງກາຣີ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ລາສ໌ໂລ ໂຄເວີ້ (Laszlo Kover), ປະທານສະພາແຫ່ງຊາດ ຮົງກາຣີ ຊຶ່ງທ່ານ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າການພົວພັນຮ່ວມມືຂອງສອງປະເທດ

ລວມທັງ ປຶກສາຫາລື ເຖິງຄວາມເປັນໄປໄດ້ ໃນການພົວພັນສາຍພັກ ລະຫວ່າງ ລາວ ແລະ ຮົງກາຣີ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນອກ ຈາກນັ້ນ ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຢາມເຂດເສດ ຖະກິດ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດ-ວັດທະ ນະທຳ ຂອງ ຮົງກາຣີ ອີກດ້ວຍ.

ຂ່າວ-ພາບ: ກປທ

Leave a Reply

Your email address will not be published. Required fields are marked *

You cannot copy content of this page