ສີລັງກາ ປະກາດ ລາຍໄດ້ຈາກ ການທ່ອງທ່ຽວຫລາຍກວ່າ 1 ຕື້ໂດລາ

ສີລັງກາ ປະກາດ ລາຍໄດ້ຈາກ ການທ່ອງທ່ຽວຫລາຍກວ່າ 1 ຕື້ໂດລາ

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານ ເມື່ອວັນທີ 6 ພະຈິກວ່າ: ທະນາຄານກາງ ສີລັງກາ ເປີດເຜີຍວ່າ ໃນໄລຍະ 10 ເດືອນຜ່ານມາ, ລາຍໄດ້ ຈາກ ການທ່ອງທ່ຽວ ຂອງ ສີລັງກາ ໄດ້ເພີ່ມຂຶ້ນ ຫລາຍກວ່າ 1 ຕື້ໂດລາສະຫະລັດ ໂດຍສະເພາະ ເດືອນຕຸລາ ລວມມີ 75,6 ລ້ານໂດລາ ສະຫະລັດ.

ໃນຂະນະທີ່ ເງິນທຶນສຳຮອງ ຢ່າງເປັນ ທາງການ ຂອງ ສີລັງກາ ລວມມີ 1,7 ຕື້ໂດລາ ສະຫະລັດ ໄລ່ເຖິງ ທ້າຍເດືອນຕຸລາ, ຫລຸດລົງ ເມື່ອທຽບໃສ່ ເດືອນກັນຍາ. ນອກຈາກນີ້ ສະຖິຕິ ຈາກ ໜ່ວຍງານ ການທ່ອງທ່ຽວ ຂອງ ສີລັງກາ ໄດ້ລະບຸວ່າ ປະລິມານ ນັກທ່ອງທ່ຽວ

ຂາເຂົ້າ ໃນເດືອນຕຸລາ ເພີ່ມຂຶ້ນສູງກວ່າ 42.000 ເທື່ອຄົນ ເຮັດໃຫ້ ປະລິມານ ນັກທ່ອງທ່ຽວ ຂາເຂົ້າທັງໝົດ ໃນປີນີ້ ຫລາຍກວ່າ 568.000 ເທື່ອຄົນ./
(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).

Leave a Reply

Your email address will not be published. Required fields are marked *

You cannot copy content of this page