ທ່ານໂຈ ໄບເດັນກ່າວວ່າ: ກຳລັງປຶກສາຫາລືທີ່ຈະຍົກເລີກການເພີ່ມການເກັບພາສີຕໍ່ສິນຄ້າຈີນ

ທ່ານໂຈ ໄບເດັນກ່າວວ່າ: ກຳລັງປຶກສາຫາລືທີ່ຈະຍົກເລີກການເພີ່ມການເກັບພາສີຕໍ່ສິນຄ້າຈີນ

ວັນທີ 10 ພຶດສະພານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວວ່າ: ລັດຖະບານອາເມຣິກາກຳລັງປຶກສາຫາລືທີ່ຈະຍົກເລີກນະໂຍບາຍເພີ່ມພາສີຕໍ່ສິນຄ້າຈີນຂອງສະໄໝລັດຖະບານໂດໂນ ທຣຳ ຫຼືບໍ່, ແຕ່ຍັງບໍ່ທັນໄດ້ຕົກລົງເທື່ອ.

ໃນມື້ດຽວກັນ, ທ່ານໂຈ ໄບເດັນ ໄດ້ກ່າວປາຖະກະຖາກ່ຽວກັບບັນຫາອັດຕາເງິນເຟີ້, ຫຼັງຈາກນັ້ນໄດ້ຕອບຄຳຖາມນັກຂ່າວວ່າ: ລັດຖະບານອາເມຣິກາກຳລັງປຶກສາຫາລືທີ່ຈະຍົກເລີກການເພີ່ມພາສີຕໍ່ສິນຄ້າຂອງຈີນຫຼືບໍ່, ກຳລັງພິຈາລະນາວ່າມາດຕະການໃດສາມາດເກີດມີ “ບົດບາດອັນຕັ້ງໜ້າ”.

ທ່ານໂຈ ໄບເດັນກ່າວຕື່ມອີກວ່າ: ເລື່ອງນີ້ກຳລັງປຶກສາຫາລືກັນຢູ່, ແຕ່ຍັງບໍ່ທັນໄດ້ຕົກລົງເທື່ອ.
ເມື່ອບໍ່ດົນມານີ້, ສະຖາບັນຄົ້ນຄວ້າເສດຖະກິດສາກົນປິເຕີຊັນ ທີ່ເປັນຄັງປັນຍາຂອງລັດຖະບານອາເມຣິກາ ໄດ້ເປີດເຜີຍບົດລາຍງານຫຍໍ້ກ່ຽວກັບນະໂຍບາຍ ໂດຍຊີ້ໃຫ້ເຫັນວ່າ:

ຖ້າວ່າອາເມຣິກາຍົກເລີກນະໂຍບາຍເພີ່ມພາສີຕໍ່ສິນຄ້າທີ່ນຳເຂົ້າຈາກຈີນຂອງສະໄໝລັດຖະບານໂດໂນ ທຣຳ, ຍົກເລີກການເພີ່ມພາສີເຫຼັກກ້າໃນຂໍ້ອ້າງ “ຄວາມໝັ້ນຄົງຂອງປະເທດ” ແລະອື່ນໆ, ຈະສາມາດເຮັດໃຫ້ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາຫຼຸດລົງ 1,3%.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page