ສະຫຼົດ! ເມື່ອຍດູແລເມຍພິການນານຫຼາຍປີ ເລີຍຍູ້ລົງທະເລ

ສະຫຼົດ! ເມື່ອຍດູແລເມຍພິການນານຫຼາຍປີ ເລີຍຍູ້ລົງທະເລ

ກາຍເປັນເລື່ອງສະເທືອນຂວັນຂອງສັງຄົມຍີ່ປຸ່ນ ເມື່ອມີລາຍງານວ່າ ຕໍາຫຼວດໃນເມືອງໂອອິໂຊະ, ແຂວງ ຄານາງາວະ ປະເທດຍີ່ປຸ່ນ ໄດ້ເຂົ້າຈັບກຸມພໍ່ຕູ້ອາຍຸ 81 ທີ່ມີຊື່ວ່າ ຮິໂຣຊິ ຟູຈິວະຣະ ໃນຂໍ້ຫາຄາດຕະກໍາ ແມ່ຕູ້ ເທຣຸໂກະ ໃນໄວ 79 ປີ ເຊິ່ງເປັນພັນລະຍາຂອງຕົນ

ດ້ວຍການຍູ້ລໍ້ຄົນພິການທີ່ພັນລະຍານັ່ງຢູ່ລົງທະເລ ຫຼັງເຜີຍວ່າຕົນຮູ້ສຶກເມື່ອຍຫຼາຍທີ່ຕ້ອງດູແລເບິ່ງແຍງພັນລະຍາທີ່ປ່ວຍມາດົນນານເກືອບ 40 ປີ ຈຶ່ງຕັດສິນໃຈກໍ່ເຫດຄັ້ງນີ້.
ທາງເຈົ້າໜ້າທີ່ຕໍາຫຼວດໄດ້ບອກວ່າເຫດການດັ່ງກ່າວແມ່ນໄດ້ເກີດຂຶ້ນທີ່ທ່າເຮືອແຫ່ງໜຶ່ງ

ເມື່ອວັນພຸດທີ 2 ພະຈິກທີ່ຜ່ານມາ ໂດຍພໍ່ຕູ້ ຟູຈິວະຣະໄດ້ຂັບລົດພາແມ່ຕູ້ ເທຣຸໂກະຜູ້ເປັນພັນລະຍາໄປທີ່ເກີດເຫດ ຫຼັງຈາກນັ້ນກໍໄດ້ພາພັນລະຍາຂຶ້ນລໍ້ນັ່ງຂອງຄົນພິການ ແລ້ວກໍຍູ້ລໍ້ຈຶ້ງຢູ່ໄດ້ປະມານ 2-3 ນາທີ ກ່ອນທີ່ຈະຍູ້ພັນລະຍາລົງໄປໃນນ້ຳທະເລ ພ້ອມກັບລໍ້. ຫຼັງຈາກນັ້ນພໍ່ຕູ້ ຟູຈິວະຣະ ກໍໄດ້ໄປທີ່ເຮືອນຂອງລູກຊາຍກົກພ້ອມກັບສາລະພາບການກະທຳດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page