ແຈບອີກ2ລາຍ! ກໍ່ເຫດລັກຕັດສາຍໄຟຫຼາຍຄັ້ງຢູ່ທາງລົດໄຟລາວ-ຈີນ
ຊົມເຊີຍເຈົ້າໜ້າທີ່ ເມືອງໄຊທານີ ສາມາດຈັບຜູ້ລັກຕັດສາຍໄຟຟ້າ 2 ຄົນ ຢູ່ສະຖານີລົດໄຟລາວ-ຈີນ.
ໃນວັນທີ 4/11/2022 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ນຳຕົວຜູ້ລັກລັກຕັດສາຍໄຟຢູ່ສະຖານີໄຟຟ້າ ໂຄກສະອາດ ແລະ ຢູ່ເສັ້ນທາງລົດໄຟ ລາວ-ຈີນ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາຊື່ ທ້າວ ຊຽງທອນ ອາຍຸ 25 ປີ ກຳມະກອນ ພັກເຊົາຢູ່ບ້ານ ໂຄກນ້ອຍ ເມືອງໄຊທານີ ຜູ້ກ່ຽວລັກຕັດ 3 ຄັ້ງ ນໍ້າຫນັກ 60 ກິໂລກຼາມ ທັງ 3 ຈຸດເສຍຫາຍ 16 ລ້ານກີບ ແລະ ທ້າວ ອ໋ອດ ຫລື ເຕ້ຍ ອາຍຸ 40 ປີ ບ້ານດົງສ້າງຫີນ ເມືອງໄຊທານີ ໄດ້ລັກ 2 ຄັ້ງ ຄວາມຍາວຂອງສາຍໄຟ 15 ແມັດ ປອກໄດ້ 5 ກິໂລກຼາມ.
ພາຍຫລັງລັກແລ້ວນໍາເອົາໄປຂາຍໃຫ້ຮ້ານຊື້ຂາຍເຫຼັກເສດອີກ ເມື່ອໄດ້ເງິນ ຈາກການຂາຍສາຍໄຟມາແລ້ວກໍນໍາເງິນ ໄປຊື້ຢາບ້າມາເສບຈົນໝົດ.