ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວຈະລົງທຶນຫຼາຍກວ່າ ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມສ້າງພູເບ້ຍ ເປັນແຫຼ່ງ

ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວຈະລົງທຶນຫຼາຍກວ່າ ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມສ້າງພູເບ້ຍ ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ. ໄລຍະສໍາປະທານ 50 ປີ.

ໃນໂຄງການສະຫວັນທະເລໝອກພູເບ້ຍຢູ່ເມືອງອານຸວົງ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວມີເນື້ອທີ່ສໍາປະທານປະມານ 28,6 ເຮັກຕາ ໂດຍມີ ໄລຍະສໍາປະທານ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ເນື້ອທີ່ສໍາປະທານດັ່ງກ່າວໄດ້ແບ່ງເປັນແຕ່ລະເຂດພັດທະນາຄື: ເຂດພັດທະນາ ເທິງຈອມພູເບ້ຍ 1 ເຮັກຕາ, ເຂດປ້ອມກາງສາລາຊົມວິວ 1 ເຮັກຕາ, ຈຸດຊົມວິວທ່ອງທ່ຽວປ່າຂົນ 0,5 ເຮັກຕາ, ຈຸດຊົມວິວປ້ອມປາກກ້ວຍ 2,3 ເຮັກຕາ, ຈຸດຕັ້ງເຂດກໍ່ສ້າງສໍານັກງານຫ້ອງການ, ລີສອດ, ຈຸດຕ້ອນຮັບ, ສະຖານທີ່ຈອດລົດ 14 ເຮັກຕາ ແລະ ຈຸດເຂດລຽບຕາມຜາຍອດນໍ້າຂຽວ ແລະ ສາມແຍກນໍ້າຈັ້ງ, ນໍ້າເບ້ຍ ຈໍານວນ 9,8 ເຮັກຕາ.

ທີ່ມາ: ວຽງຈັນທາຍ
ຮູບພາບ: ອິດສະຫຼະ

TargetMagazine

Leave a Reply

Your email address will not be published. Required fields are marked *

You cannot copy content of this page