ຈີນໃຊ້ຕຶກ 26ຊັ້ນ ເປັນຟາມລ້ຽງໝູ ແລະ ຈະເປັນຟາມໃນອະນາຄົດ
ສຳນັກຂ່າວຊິນຫົວ ເປີດພາບອາຄານ 26 ຊັ້ນ ມົນທົນຫູເປີ່ຍ ພາກາງຂອງຈີນ ກ່າວວ່ານີ້ແມ່ນຟາມໝູແຫ່ງອະນານາຄົດ ຈົນສາມາດສ້າງຜົນຜະຜະລິດໝູໄດ້ປະມານ 600.000 ໂຕຕໍ່ປີ.
ຈິນຫຼິນ ຜູ້ຈັດການທົ່ວໄປຂອງບໍລິສັດ ຈົງຊິນໄຄເຫວີຍ ໂມເດິນ ຟາມມິງ ຈໍາກັດ (Zhongxinkaiwei Modern Farming)ກ່າວວ່າ ລະບົບຄວບຄຸມສ່ວນກາງຊັ້ນທີ 1 ສາມາດຄວບຄຸມ ແລະ ຕິດຕາມລະບົບນ້ຳປະປາ, ໄຟຟ້າ, ແກ໊ສມີເທນ (ເມຕານ) ແລະ ການລະບາຍອາກາດຂອງຊັ້ນ 3 ຈົນເຖິງຊັ້ນ 26 ໄດ້ທັງໝົດ.
ພິເສດໄປກວ່ານັ້ນແຕ່ລະຊັ້ນແມ່ນຈະມີຫ້ອງອອກລູກ ແລະ ລູກໝູທີ່ເກີດໃໝ່ຈະນອນຢູ່ໃນພື້ນທີ່ ທີ່ສ້າງຄວາມອົບອຸ່ນດ້ວຍຫຼອດໄຟ, ອາຄານໝົດຫຼັງມີລິບທັງໝົດ 6 ໂຕທີ່ສາມາດບັນທຸກນ້ຳໜັກໄດ້ 10 ໂຕນ ແລະ ສາມາດຂົນສົ່ງໝູ ທີ່ມີນ້ຳໜັກ 120 -125 ກິໂລກຣາມ ໄດ້ເຖິງ 60-65 ໂຕ.
ປັດຈຸບັນ ບໍລິສັດ ໄດ້ລ້ຽງໝູໃນອາຄານຫຼັງນີ້ເປັນຈໍານວນ 3.700 ໂຕ ແລະ ຈະເພີ່ມຈຳນວນເປັນ 20.000 ໂຕພາຍໃນທ້າຍປີນີ້.
ທີ່ມາ: TargetMagazine