ຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ:
ມື້ນີ້ມີເລື່ອງມາເລົ່າມາເຕືອນໝູ່ເພື່ອນທາງເຟດບຸກທຸກຄົນ ເລື່ອງມີຢູ່ວ່າມື້ເຊົ້ານີ້ຂ້ອຍໄດ້ໄປໃສ່ນ້ຳມັນລົດຢູ່ປ້ຳນີ້ປົກກະຕິຈະໃສ່ຢູ່ປ້ຳປຕທແຕ່ມື້ນີ້ລົດຂື້ນໄຟເຕືອນເລີຍຂີ່ເຂົ້າໄປໃສ່ປ້ຳນີ້ຄົນຂາຍເປັນຜູ້ຍິງ.ຂ້ອຍສັ່ງໃຫ້ໃສ່500.000ກີບລາວກະກົດຕົວເລກຂື້ນເປັນ5ແສນແລ້ວກະເລີ່ມຈ່າຍນ້ຳມັນຂ້ອຍກະຫັນມາຈົກເງີນຢູ່ກະເປົາເພື່ອ
ຈະມາຈ່າຍຄ່ານ້ຳມັນຈົກເງີນຍັງບໍ່ທັນແລ້ວລາວໄປກົດປຸ່ມຫຍັງຫຸໃຫ້ມັນຢຸດລະກະມາຖອດຫົວຈ່າຍອອກວ່າໄດ້ແລ້ວ.ຂ້ອຍເລີຍຖາມໄປວ່າຄືໄວແທ້ນ້ຳມັນ5ແສນຄືບໍ່ຂື້ນຈັກຂີດລາວກະວ່າຂ້ອຍໃສ່ໃຫ້ຕາມເຈົ້າສັ່ງແລ້ວຂ້ອຍເລີຍບໍ່ຍອມຖຽງໄປຖຽງມາຂໍພົບເຈົ້າຂອງປ້ຳລາວຕອບວ່າຂ້ອຍເປັນເມຍເຈົ້າຂອງປ້ຳຖຽງເກືອບຮອດຊົ່ວໂມງລະມີຜູ້ຊາຍຄົນ1ອອກມາຂໍໂທດຈະເຕີມໃຫ້ຂ້ອຍອີກ250.000ກີບຂ້ອຍບໍ່ຍອມລະ2ຄົນນັ້ນກະພາກັນໄປລົມຫຍັງກັນຫຸຈາກນັ້ນມາບອກຂ້ອຍວ່າລາວບໍ່ແມ່ນຄົນຂາຍລາວບໍ່ຮູ້ຫຍັງຂໍເຕີມໃຫ້ຂ້ອຍອີກ450.000ກີບ

ລະກະຂໍໂທດຂ້ອຍ.ຊ່ວຍຄິດຊ່ອຍແດ່ວ່າລາວຕັ້ງໃຈຈະໂກງຂ້ອຍບໍ່ຫຼືລາວບໍ່ຮູ້ແທ້.ເສຍດາຍບໍ່ໄດ້ຖ່າຍຄິບໄວ້ຟ້າວໄປສົ່ງລູກໄປເສັ່ງ ມີຫຼາຍຄົນເວົ້າຄືກັນວ່າປ້ຳນີ້ມັກໃສ່ນ້ຳມັນໃຫ້ເຮົາບໍ່ເຕັມ ເທື່ອດຽວແລະເທື່ອສຸດກັບປ້ຳນີ້ ຝາກຫາເຈົ້າຂອງປ້ຳກວດກາ.ສອນພະນັກງານຂາຍຄືນຕື່ມແດ່
📍ປ້ຳນ້ຳມັນແຖວເມືອງນາຊາຍທອງ ນະຄອນຫຼວງວຽງຈັນ