ກວດກາເຂັ້ມງວດ ຮ້ານຮັບຊື້ເຫຼັກເສດ ຕ້ອງຫັນສູ່ລະບຽບກົດໝາຍກັນບັນຫາຂີ້ລັກ
ເຈົ້າໜ້າທີການຄ້າ ແຂວງ ສະຫວັນນະເຂດ ໄດ້ລົງກວດກາຢ່າງເຂັ້ມງວດບັນດາຮ້ານຮັບຊື້-ຂາຍເຫຼັກເສດ ພ້ອມຫັນຮ້ານເຫຼົ່ານີ້ໃຫ້ເຂົ້າສູ່ລະບຽບກົດໝາຍເພື່ອສະດວກໃນການຕິດຕາມຄຸ້ມຄອງ.
ຜ່ານການເກັບກຳ ຕົວຈິງພົບເຫັນຈຳນວນຮ້ານຕົວຈິງທັງໝົດ 30 ຮ້ານ, ໃນນັ້ນ ເປັນ ຮ້ານຂອງຄົນຫວຽດນາມ 28 ຮ້ານ, ຮ້ານຂອງຄົນຈີນ 1 ຮ້ານ ແລະ ຮ້ານຂອງຄົນລາວ 1 ຮ້ານ.
ຜ່ານມາ ເຫັນວ່າໄດ້ເກີດມີປະກົດການລັກລອບ
ແລະ ສວຍໂອກາດໃນການລັກຕັດສາຍໄຟຟ້າ, ຫຼັກໄຟຟ້າ, ປ້າຍສັນຍານຈະລາຈອນ, ຕະແກງເຫຼັກກັນຂີ້ເຫຍື້ອລົງຮ່ອງນ້ຳ ແລະຊັບສິນສິ່ງຂອງສາທາລະນະອື່ນໆ ເພື່ອໄປຂາຍໃຫ້ຮ້ານເກັບຊື້ເຫຼັກເສດ.
ເພື່ອປ້ອງກັນບໍໃຫ້ເກີດປາກົດການຫຍໍ້ທໍ້ ເບື້ອງຕົ້ນທາງພະແນກອຸດສາຫະກຳ-ການຄ້າ ແຂວງ ໄດ້ແຕ່ງເຈົ້າໜ້າທີ່ກວດກາການຄ້າລົງຕິດຕາມ, ເກັບກຳ ຂໍ້ມູນໂດຍລະອຽດ ເພື່ອກ້າວໄປສູ່ການດັດສົມໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍແນໃສ່ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ.
ທີ່ມາ: ສະຫວັນພັດທະນາ