ສັ່ງປິດຮ້ານເກມອອນລາຍ 11 ຮ້ານ.
ວັນທີ 9 ພະຈິກ 2022 ນີ້ ຄະນະສະເພາະກິດຂັ້ນແຂວງຈຳປາສັກ ສັ່ງປິດຮ້ານເກມອອນລາຍ ຈຳນວນ 11 ຮ້ານທົ່ວນະຄອນປາກເຊ. ຜ່ານການເກັບກໍາຂໍ້ມູນຢູ່ບ້ານຫ້ວຍເລົາມີ 1 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດ 1 ຮ້ານ,

ບ້ານດອນເຂາະມີ 3 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 1 ຮ້ານ ແລະ 2 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ, ບ້ານສະໜາມໄຊມີຈຳນວນ 10 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 1 ຮ້ານ, 4 ຮ້ານແມ່ນໄດ້ເຮັດບົດບັນທຶກ ຈຳນວນ 5 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ.

ບ້ານຈັດສັນຫຼັກ 7 ມີຈຳນວນ 14 ຮ້ານ ໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 4 ຮ້ານ, 3 ຮ້ານ ຈຳນວນ 7 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ, ບ້ານໂນນສະຫວ່າງ ມີຈຳນວນ 7 ຮ້ານໄດ້ເຮັດບົດບັນທຶກໃຫ້ປິດຈຳນວນ 4 ຮ້ານແລະ ຈຳນວນ 3 ຮ້ານແມ່ນໄດ້ປິດກິດຈະການກ່ອນແລ້ວ.
