ໂຄງການຕະຫຼາດນ້ຳເຂດສາມຫຼ່ຽມຄຳສ້າງແລ້ວ 75%ແລ້ວ
ໂຄງການກໍ່ສ້າງ ຕະຫຼາດວັດທະນະທຳນາໆຊາດ ຫຼື
ຕະຫຼາດນ້ຳ ຂອງເຂດເສດຖະກິດເສດ ສາມຫຼ່ຽມຄຳ ໄດ້ມີຄວາມຄືບໜ້າແລ້ວ 75 % ຢູ່ໃນລະຫວ່າງການສ້ອມແປງ ແລະ ຕົກແຕ່ງໃຫ້ຄ້າຍຄືກັບບັນຍາກາດຢູ່ຕ່າງປະເທດ.
ໂຄງການດັ່ງກ່າວ ມີຈຸດປະສົງເພີ່ມທະວີໃຫ້ມີແຫຼ່ງທ່ອງທ່ຽວພາຍໃນເຂດເສດຖະກິດພິເສດ ແລະ ປະເທດລາວເຮົາ ໃຫ້ມີສະຖານທີ່ທ່ອງທ່ຽວ ທີ່ໃຫ້ປະສົບການທີ່ແປກໃໝ່ ຫຼາຍຂຶ້ນກວ່າເດີມ. ຄາດວ່າຈະສຳເລັດໂຄງການໃນປີ 2023 ນີ້ !!!
ຖ້າຫາກສ້າງສຳເລັດແລ້ວ ທາງໂຄງການຄາດວ່າ ຈະສາມາດດຶງດູດເອົານັກທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ມາສຳພັດກັບບັນຍາກາດທີ່ແຕກຕ່າງ ໃນເຂດຢ່າງຫລວງຫລາຍ.
ແຫຼ່ງຂ່າວ: ຫ້ອງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ.