ຕຽງຫັກແລ້ວ! ສຳຫຼັບຄູ່ລຸງເທິ ຢູນາ ຢືນຢັນວ່າປະຮ້າງກັນຈິງ

ຕຽງຫັກແລ້ວ! ສຳຫຼັບຄູ່ລຸງເທິ ຢູນາ ຢືນຢັນວ່າປະຮ້າງກັນຈິງ

ມື້ເອົາກະບອກ ມື້ເລີກກະຂໍບອກເດີ້ ເພື່ອຄວາມກະຈ່າງແຈ້ງແລະຊັດເຈນ 11/11/2019 ສະຫຼະໂສດ 11/11/2022 ໂສດຮອດມື້ນີ້ພວກເຮົາສອງຜົວເມຍຕັດສິນໃຈຕົງກັນແລ້ວວ່າການຈົບກັນຄືທາງທີ່ເຮົາເລືອກ ຄວາມສຳພັນຂອງຜົວເມຍຂາດໄປແລ້ວ

ແຕ່ຄວາມເປັນພໍ່ແລະເປັນແມ່ໃຫ້ທາດາບໍ່ມີມື້ຂາດ. ມ່ອມກະຍັງເຮັດໜ້າທີ່ແມ່ດູແລລູກ ລຸງກະເຮັດໜ້າທີ່ພໍ່ທີ່ຊ່ວຍລ້ຽງລູກທາງດ້ານຄ່າໃຊ້ຈ່າຍແລະເວລາ ຍັງພາອ້າຍທາດາຂີ່ລົດເລາະທຸກມື້ທີ່ລຸງວ່າງຄືເກົ່າແລະລຸງຈະພະຍາຍາມເຮັດໜ້າທີ່ພໍ່ທີ່ດີ.

ສ່ວນລຸງກັບເມຍກະຍັງເວົ້າກັນຄືເກົ່າບໍ່ໄດ້ຜິດຫຼືຮ້າຍກັນຕັ້ງແຕ່ມື້ເອົາກັນຈົນຮອດມື້ທີ່ປະກັນເພາະການຈະປະຮ້າງກັນບໍ່ຈຳເປັນຕ້ອງຖ້າໃຫ້ເຖິງຈຸດທີ່ຜິດກັນດ່າກັນຫຼືຕົບຕີກັນ ຖ້າຮອດຈຸດນັ້ນມັນຊິແນມໜ້າກັນບໍ່ຕິດ

ຢູ່ນຳກັນແລ້ວບໍ່ມີຄວາມສຸກກະແຍກຍ້າຍນັ້ນຄືສິ່ງທີ່ເຮົາສອງຄົນໄດ້ເລືອກແລ້ວ ບໍ່ມີຫຍັງຫຍຸ້ງຍາກຊັບຊ້ອນແລະບໍ່ມີຫຍັງຊີຣຽສ ພວກເຮົາຍັງຮັກແພງກັນດີ. ຂອບເຈີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page