ນຳເຂົ້າບໍ່ສຳເລັດ! ຄິດສິນຳເຂົ້າມາຂາຍທີ່ ສປປ ລາວ

ນຳເຂົ້າບໍ່ສຳເລັດ! ຄິດສິນຳເຂົ້າມາຂາຍທີ່ ສປປ ລາວ

ໃນວັນທີ 5 ພະຈິກ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີດ່ານພາສີສາກົນຂົວມິດຕະພາບ I ຂຶ້ນກັບພາສີປະຈໍານະຄອນຫຼວງວຽງຈັນ (ນວ), ໄດ້ກວດກາພາຫະນະຂາເຂົ້າ ແລະ ກວດກາຜູ້ໂດຍສານຂາເຂົ້າກວດພົບ ແລະ ພ້ອມຢຶດອາວຸດເສິກປະເພດປືນສັ້ນ 1 ກະບອກ,

ໂດນຖ່າຍພາບທາງອາກາດ 1 ຊຸດ, ສານເ ສບ ຕິ ດປະເພດ Ketamine (ສານ ຢ າບ້ າ) ຈໍານວນ 4 ກິໂລກຣາມ, ຢາກະຕຸ້ນທາງເພດຈໍານວນ 11 ກັບທີ່ນຳເຂົ້າຜິດຕໍ່ລະບຽບກົດໝາຍຂອງສປປ ລາວ.

ອີງຕາມການລາຍງານຂອງທ່ານ ສຸກສະຫວັນ ບົວພາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ໃນເວລາ 16:00 ໂມງຂອງວັນທີ 5 ພະຈິກ 2022 ຜ່ານມາ, ເຈົ້າໜ້າທີ່ພາສີປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າ, ໄດ້ຂໍອະນຸຍາດກວດກາພາຫະນະຕ່າງປະເທດ, ປະເພດລົດເກັ່ງ, ຫຍີ້ຫໍ້: CHEVROLET, ສີດໍາ,

ທະບຽນ ໜສ 6355 ກຸງເທບ, ຊຶ່ງພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານ.ຜ່ານການກວດກາພາຫະນະດັ່ງກ່າວພົບອາວຸດເສິກ, ປະເພດປືນສັ້ນ 01 ກະບອກທີ່ມ້າງເປັນຊີ້ນສ່ວນ (ຍັງບໍ່ໄດ້ປະກອບເປັນປືນ) ແລະ ໂດນຖ່າຍພາບທາງອາກາດ 01 ຊຸດ.

ຜ່ານການສອບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວໃຫ້ການວ່າ: ຊື້ມາຈາກເວບໄຊ໌ລືມເອົາລົງຈາກລົດ ແລະ ຈຸດ ປະສົງເຂົ້າມາສປປ ລາວ, ເພື່ອເອົາເຄື່ອງມືການແພດມາສົ່ງໂຮງໝໍ, ສຳລັບປືນສັ້ນທີ່ຜູ້ກ່ຽວນໍາເຂົ້າມາເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ) ແລະ ຄວບຄຸມຂອງຂະແໜງການທີ່ກ່ຽວຂ້ອງເປັນການລະເມີດຕໍ່ກົດຫໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2020 ມາດຕາ 57/58 ແລະ ກົດໝາຍອື່ນໆທີ່ຕິດພັນ.

ປັດຈຸບັນສໍາລັບຜູ້ຂັບຂີ່ລົດທີ່ນໍາເຂົ້າອາວຸດເ ສິ ກ (ປື ນສັ້ ນ) ແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານນໍາໄປດໍາເນີນການຕາມພາລະບົດບາດ, ສ່ວນພາຫະນະນໍາໃຊ້ໃນການກະທໍາຜິດ ແລະ ໂດນຖ່າຍພາບທາງອາກາດ 1 ຊຸດ, ເຈົ້າໜ້າທີ່ພາສີໄດ້ຮັກສາໄວ້ຊົ່ວຄາວຢູ່ດ່ານພາສີສາກົນຂົວມິດຕະພາບ I ເພື່ອດຳເນີນມາຕາດຕະການທາງພາສີ.

ໃນເວລາ 17:12 ໂມງຂອງວັນດຽວກັນ (ວັນທີ 5 ພະຈິກ 2022) ເຈົ້າໜ້າທີ່ພາສີປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າ ດານພາສີສາກົນຂົວມິດຕະພາບ I ໄດ້ຂໍອະນຸຍາດກວດກາກະເປົາຕິດຕົວຜູ້ໂດຍສານທີ່ເປັນໜ້າສົງໃສ, ຜ່ານການກວດກາຕົວຈິງພົບເຫັນວັດຖຸເປັນເມັດນ້ອຍສີຂາວທີ່ຊຸກເຊື່ອງຢູ່ໃນຊອງຫໍ່ຊາຈໍານວນ 04 ຫໍ່ ແລະ ປະເພດຢາເມັດຈໍານວນ 11 ກັບ/06 ເມັດລວມທັງໝົດ 66 ເມັດ.

ສະນັ້ນ, ເຈົ້າໜ້າທີ່ພາສີໄດ້ອາອາຍັດເຄື່ອງດັ່ງກ່າວໄວ້ຊົ່ວຄາວ, ເພື່ອດໍາເນີນການພິສູດວ່າເປັນສິນຄ້າ, ເຄື່ອງຂອງປະເພດໃດ, ຜ່ານການກວດກາພິສູດຜ່ານເຄື່ອງກວດສານເຄມີໃນວັນທີ 08 ພະຈິກ 2022 ປະເພດສິນຄ້າ, ເຄື່ອງຂອງ (ສານສີຂາວ) ຈໍານວນ 04 ຫໍ່, ນ້ໍາໜັກ 4 ກິໂລກຣາມ,

ຊຶ່ງຜົນອອກມາເປັນສານ ketamine (ສານຢາບ້າ) ແລະ ຢາຈໍານວນ 11 ກັບລວມ 66 ເມັດ, ຊຶ່ງເປັນປະເພດຢ າ Viagra (ຢ າກະຕຸ້ ນທາງເ ພດ), ຊຶ່ງການນໍາເຂົ້າສິນຄ້າເຄື່ອງຂອງດັ່ງກ່າວເຫັນວ່າຜິດລະເມີດຕໍ່ມາດຕາ 57/58 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2020.

ສໍາລັບຄົນຜູ້ໂດຍສານແມ່ນບໍ່ໄດ້ກັກຕົວຜູ້ກ່ຽວຍ້ອນເບື້ອງຕົ້ນຍັງບໍ່ສາມດລະບຸໄດ້ວ່າເປັນສິນຄ້າ, ເຄື່ອງຂ້ອງປະ ເພດໃດ, ເມື່ອຊາບຜົນການກວດກາເຄື່ອງດັ່ງກ່າວຈຶ່ງໄດ້ປະສານພາກສ່ວນ ຕມ ປະຈໍາດ່ານຊ່ວຍໃນຕິດຕາມກັກຕົວເພື່ອມາດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

ແຫຼ່ງຂ່າວ-ຮູບພາບ: ກະຊວງການເງິນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page