ເຈົ້າຂອງປ້ຳ ປຕທ ອອກມາຂໍໂທດແລ້ວ ຫຼັງມີຄລິບພໍ່ຕູ້ບໍ່ຍອມຊື້ກາເຟ

ເຈົ້າຂອງ ປ້ຳນ້ຳມັນ ພີທີທີ ລາວ ສາຂາ ທາດຫຼວງຊີ້ແຈງຄວາມຈີງຂອງຂ່າວເພີ່ມເຕີມ

ຕໍ່ກັບເລື່ອງລາວທີ່ເປັນຂ່າວໂດ່ງດັງໃນສື່ສັງຄົມອອນລາຍໃນວັນທີ 12 ພຶດສະພາ 2022 ນີ້ ທາງເຈົ້າຂອງປ້ຳນ້ຳມັນໄດ້ອອກມາຊີ້ແຈງຄວາມເປັນຈີງແລ້ວ ເປັນການປະສານງານຜິດພາດຕໍ່ເຫດການນີ້

ທ່ານ ນາງ ສິຣິ ບຸດດາຄໍາ ເຈົ້າຂອງປໍ້ານໍ້າມັນ ປຕທ ສາຂາທາດຫລວງຊີ້ແຈງວ່າ ປະຈຸບັນທາງປ້ຳໄດ້ແກ້ໄຂບັນຫາດັ່ງກ່າວແລ້ວ ເນື່ອງຈາກເປັນການປະສານງານຂອງທາງທີມງານພາຍໃນປ້ຳ ຜິດພາດ ເຮັດໃຫ້ເກີດເປັນຄວາມເຂົ້າໃຈຜິດ ເປັນສາເຫດໃຫ້ເກີດເຫດການນີ້ຂຶ້ນ ເຊິ່ງທາງເຈົ້າຂອງປ້ຳເອງຕ້ອງຂໍອະໄພມານະທີ່ນີ້ດ້ວຍ ແລະ

ທາງປ້ຳພ້ອມນ້ອມຮັບຄຳຕິຊົມເພື່ອນຳມາປັບປຸງ ແລະ ແກ້ໄຂ.ທາງປ້ຳຈື່ງຂໍແຈ້ງມາເຖີງລູກຄ້າທຸກທ່ານ ປະຈຸບັນລູກຄ້າສາມາດ ເຂົ້າມາຕື່ມນ້ຳມັນໄດ້ເປັນປົກກະຕິ ໂດຍບໍ່ມີເງຶ່ອນໄຂ ໃດໆ ໃນການນຊື້ນ້ຳມັນ

ຈາກເຫດການດັ່ງກ່າວ ທາງປ້ຳນ້ຳມັນ ປຕທ ສາຂາ ທາດຫຼວງ ຂໍສະແດງຄວາມຂໍໂທດ ຂໍອະໄພມານະທີ່ນີ້

ຊົມຄລິບພໍ່ລຸງມາໃສ່ນ້ຳມັນ

ທີ່ມາ: ເສດຖະກິດການຄ້າ

Leave a Reply

Your email address will not be published. Required fields are marked *

You cannot copy content of this page