ຄັກແທ້! ງານແຕ່ງນີ້ບັດເຊີນບໍ່ຕ້ອງ ໂອນເງິນເຂົ້າບັນຊີໜ້າງານຢ່າງດຽວ
ຄັກແທ້ແບບນີ້! ບໍ່ຈຳເປັນຕ້ອງເຮັດບັດເຊີນໃຫ້ຫຍຸ້ງຍາກພຽງແຕ່ແຈ້ງໃຫ້ມາງານດອງ ໃຜມາຢາກໃສ່ຊອງເທົ່າໃດກໍ່ໂອນຜ່ານຄິວອາໂຄດໃຫ້ເລີຍ ພາບນີ້ແມ່ນພາບຈາກປະເທດຫວຽດນາມ

ເປັນພາບງານແຕ່ງຄູ່ບ່າວສາວທີ່ແປກແວກແນວໄປອີກ ພ້ອມທັງສະດວກສະບາຍແກ່ແຂກທີ່ມາ ແລະ ທັງເຈົ້າບ່າວເຈົ້າສາວທີ່ຕ້ອງມານັບເງິນຫຼັງຈາກແລ້ວງານຢູ່ ແລະ ບໍ່ສິ້ນເປືອງຄ່າພິມບັດບໍ່ຫຼຸດທຶນຄ່າບັດເວລາເຊີນແຂກແລ້ວບໍ່ມາ

ບໍ່ສ່ຽງຕໍ່ການຖືກໂຈນຍົກຫີບບັດໝົດຮີບອີກ ຫຼັງຈາກພາບນີ້ເຜີຍແຜ່ທາງອອນໄລກໍ່ເຮັດໃຫ້ສັງຄົມສົນໃຈຫຼາຍ ຕ່າງຄົນກໍ່ຕ່າງມາຄອມເມັ້ນຫຼາຍຢ່າງ
