ຜົວໂພສດ້ວຍນ້ຳຕາອາໄລຫາເມຍລາໂລກໄປຄົບຮອບ 100ວັນແລ້ວ

ຜົວໂພສດ້ວຍນ້ຳຕາອາໄລຫາເມຍລາໂລກໄປຄົບຮອບ 100ວັນແລ້ວ

ຈາກເຟສບຸກຜູ້ເປັນສາມີໄດ້ໂພສເສົ້າສຸດອາໄລຫາພັນລະຍາທີ່ຈາກໄປກຽມຮອດ 100ວັນວ່າ:ຄິດເຖິງຄົນບົນຟ້າເດ.. ໂພດນີ້ຂຽນດ້ວຍນໍ້າຕາ,,ມາມາຮູ້ດີວ່າປົກກະຕິປາປາຈະບໍ່ຄ່ອຍໂພດກ່ຽວກັບຫຍັງ…ແຕ່ມື້ນີ້ຮູ້ສຶກເມື່ອຍ ຂາດຄົນປຶກສາຫາລື ແລະ ຄິດຮອດມາມາແຮງ

ຕັ້ງແຕ່ນ້ອງຈາກໄປເປັນເວລາເກືອບ3ເດືອນ… ນ້ອງຮູ້ບໍ່ວ່າ 3 ພໍ່ລູກນອນກອດກັນໃຫ້ເກືອບທຸກຄືນຄິດຮອດມາມາຫລາຍ. ຊ່ວງທໍາອິດປາປາເປັນຄົນປອບໃຈລູກໃຫ້ເຂັ້ມແຂງ, ວັນເວລາຜ່ານໄປລູກເລີ່ມທໍາໃຈໄດ້ ແຕ່ປາປາຍິ່ງຄິດຮອດມາມາແຮງ ດຽວນີ້ລູກເປັນຄົນປອບໃຈປາປາແທນ ເວລາໃຫ້ຄິດຮອດມາມາ ລູກຊາຍຈະເອົາມືມາລູບຫລັງ ສ່ວນລູກສາວແມ່ນບອກໃຫ້ອົດທົນສູ້ໆແມປາປາ.

ແຕ່ມາມາຈາກໄປ ປາປາສັນຍາກັບຕົວເອງວ່າຊິລ້ຽງລູກ ແລະ ເບິ່ງແຍງເຂົາໃຫ້ດີທີ່ສຸດ. 2-3 ເດືອນມານີ້ພຶດຕິກໍາຂອງລູກມີການປ່ຽນແປງຫລາຍເຕີບ ນ້ອງຢູ່ສະຫວັນຊັ້ນຟ້າບໍ່ຕ້ອງເປັນຫ່ວງເດີ.

1. ລູກທັງສອງຄົນເສັງໄດ້1ຂອງຫ້ອງຕາມຄວາມຄາດຫວັງຂອງມາມາແລ້ວເດີ. ປາປາພາລູກຮຽນຫນັງສືທຸກມື້.

2. ປີກາຍນີ້ເອົາເງິນໃຫ້ໄປໂຮງຮຽນລູກຈ່າຍຫມົດ
ແຕ່ປີນີ້ລູກທັງສອງຮູ້ຈັກຄຸນຄ່າຂອງເງິນ ຮູ້ຈັກທ້ອນເງິນເອງ. 2ເດືອນປາຍມານີ້ ລູກຊາຍທ້ອນເງິນເອງໄດ້ 293,000 ສ່ວນລູກສາວໄດ້ 156,000. ປາປາໃຫ້ລູກໄປໂຮງຮຽນຜ້ລະ7,000ກີບທຸກມື້. ບາງມື້ກາບໍ່ຈ່າຍຫຍັງເລີຍບອກວ່າເງິນຫາຍາກວ່າຊັ້ນ….

3. ມາມາຈື່ໄດ້ບໍ່ ປີກາຍນີ້ລູກຊາຍມາເວົ້າຢອກມາມາວ່າໄດ້ເປັນຫົວຫນ້າຫ້ອງ ເພື່ອຢາກໃຫ້ມາມາ ປາປາ ພູມໃຈ ຄວາມຈິງເພິ່ນເວົ້າຢອກເຮົາ. ແຕ່2ເດືອນປາຍມານີ້ ພຶດຕິກໍາຂອງລູກປ່ຽນໄປ ເປັນຜູ້ໃຫຍ່ຂຶ້ນ ອາຈານ ເລີຍເລືອກໃຫ້ລູກເຮົາເປັນຫົວຫນ້າຫ້ອງທັງສອງຄົນແລ້ວ.

ທຸກມື້ນີ້ລູກເຮັດຫຍັງກາບອກແຕ່ວ່າຊິເຮັດໃຫ້ມາມາຢູ່ສະຫວັນຊັ້ນຟ້າພູມໃຈ. ປາປາສັນຍາວ່າຊິເບິ່ງລູກ ແລະ ພໍ່ແມ່ ອ້າຍເອື້ອຍນ້ອງຂອງເຮົາໃຫ້ດີທີ່ສຸດເທົ່າທີ່ເຮັດໄດ້.

ດຽວນີ້ປາປາກໍາລັງກຽມງານບຸນຄົບຮອບ100ວັນໃຫ້ມາມາເດີ. ຂໍໃຫ້ດວງວິນຍານຂອງມາມາຄຸ້ມຄອງໃຫ້ງານຜ່ານພົ້ນໄປດ້ວຍດີເຖີ້ນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page