ການກັກຕຸ່ນນ້ຳມັນ ສ່ຽງເກີດອັກຄີໄພທີ່ຮ້າຍແຮງ

ການກັກຕຸ່ນນ້ຳມັນ ສ່ຽງເກີດອັກຄີໄພທີ່ຮ້າຍແຮງ

ຂປລ. ເມື່ອບໍ່ດົນຜ່ານມານີ້, ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ (ນວ) ໄດ້ແຈ້ງເຕືອນມາຍັງພໍປະຊາຊົນ ຜູ້ທີ່ຊື້ນ້ຳມັນ ເພື່ອກັກຕຸນ ແລ້ວນໍາເອົານໍາມັນ ມາຂາຍຊະຊາຍ ແມ່ນຜິດກົດໝາຍ ແລະ ມີຄວາມສ່ຽງສູງຕໍ່ການເກີດອັກຄີໄພ, ເຊິ່ງໃນໄລຍະຜ່ານມາ ກໍມີເຫດການເກີດຂຶ້ນມາແລ້ວຫລາຍຄັ້ງ ເຮັດໃຫ້ເສຍຊັບສິນ ແລະ ຮ້າຍແຮງກວ່ານັ້ນກໍເກີດການເສຍຊີວິດໄດ້.

ທ່ານ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ໄດ້ໃຫ້ຂໍ້ມູນຕໍ່ສື່ມວນຊົນວ່າ: ການນໍາເອົານໍ້າມັນເຊື້ອໄຟມາໃສ່ຕຸກ ເພື່ອວາງຂາຍ, ກັກຕຸນນໍ້າມັນໄວ້ເຮືອນ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ

ໂດຍສະເພາະອຸປະກອນ ເກັບນໍ້າມັນ ຖ້າບໍ່ມີຄຸນນະພາບອາດມີການຫົດຕົວ ແລະ ເກີດການຫົ່ວໄຫລຂອງນ້ຳມັນໄດ້, ການນໍາເອົານ້ຳມັນໄປໄວ້ບ່ອນບໍ່ມີອາກາດຖ່າຍເທ, ບ່ອນທີ່ເປັນຄວາມຮ້ອນ ຫລື ໃນສະພາບອາກາດຮ້ອນອົບເອົ້າ ໃນກໍລະນີ ມີອາຍແກັສ ຫລື ມີປະກາຍໄຟ ຢູ່ຈູດໃກ້ຄຽງ ແມ່ນສາມາດ ກໍໃຫ້ເກີດການລຸກໄໝ້ຢ່າງໄວວາ.

ສະນັ້ນ, ເພື່ອແກ້ໄຂບັນຫາຂາຍນໍ້າມັນຊະຊາຍ ຢູ່ໃນນະຄອນຫລວງວຽງຈັນ ພາກ ສ່ວນກ່ຽວຂ້ອງກໍໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ເຄື່ອນໄຫວໃຫ້ຄວາມຮູ້ ແລະ ຕັກເ ຕືອນ ຜູ້ທີ່ນຳເອົານ້ຳມັນມາຂາຍຕາມແຄມທາງ ແລະ ລັກຂາຍ ໃຫ້ຢຸດເຊົາ.

ຢ່າງໃດກໍດີ ເຈົ້າໜ້າທີ່ແຈ້ງເຕືອນມາຍັງຜູ້ຂາຍນໍ້າມັນຊະຊາຍ ຕ້ອງຄໍານຶງເຖິງຜົນປະໂຫຍດສ່ວນລວມ ນອກຈາກບໍ່ຖືກຕ້ອງຕາມກົດໝາຍແລ້ວ, ຍັງຈະມີຄວາມສ່ຽງ ກໍໃຫ້ເກີດອັກຄີໄພຂັ້ນຮ້າຍແຮງໄດ້.

ຂ່າວ: ສຸກສະຫວັດ
ຂໍ້ມູນ-ພາບ: ປກສ

Leave a Reply

Your email address will not be published. Required fields are marked *

You cannot copy content of this page