ສ.ອາເມລິກາ ຈະຊ່ວຍພັດທະນາອາຊຽນ150ລ້ານໂດລາສະຫະລັດ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ວໍຊີງຕັນ,ວັນທີ13 ພຶດສະພານີ້, ທ່ານ ໂຈໄບ ເດັນ,ປະທານາ ທິບໍດີ ສ.ອາເມລິກາ ໄດ້ໃຫ້ການ ຕ້ອນຮັບ ແລະ ພົບປະ ປຶກສາຫາລື ກັບຜູ້ນຳ 8 ປະເທດ ສະມາຊິກ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ)
ທີ່ທຳນຽບຂາວ ຂອງ ສ.ອາເມລິກາ ແລະ ໄດ້ໃຫ້ຄຳໝັ້ນ ສັນຍາ ຈະສະໜອງ ງົບປະມານ ສະໜັບ ສະໜູນ ອາຊຽນ 150 ລ້ານໂດລາ ສະຫະລັດ ເພື່ອການພັດທະນາ ພື້ນຖານ ໂຄງລ່າງ, ຄວາມໝັ້ນຄົງ ແລະ ການກຽມ ຄວາມພ້ອມ ຮັບມື ວິກິດກັບ ໂລກລະບາດ ໂຄວິດ-19.
ຂະນະທີ່ ທ່ານ ໂຈໄບເດັນ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ພວມເຮັດວຽກ ກ່ຽວກັບ ຂອບການຮ່ວມມື ເສດຖະກິດ ອິນໂດ-ປາຊີຟິກ (IPEF) ແຕ່ຍັງ ບໍ່ທັນລົງເລິກ ດ້ານລາຍລະອຽດ ແຕ່ຫລາຍຝ່າຍ ເຊື້ອໝັ້ນວ່າ ຜູ້ນຳ ສ.ອາເມລິກາ ຈະເປີດຕົວ ຂອບການຮ່ວມມືນີ້ ລະຫວ່າງ ການເດີນທາງ ຢ້ຽມຢາມ ຍີ່ປຸ່ນ ແລະ ສ.ເກົາຫລີ ໃນໄລຍະ ທ້າຍເດືອນນີ້./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ