ການວາງຂາຍສິນຄ້າກວມເອົາທາງຍ່າງເປັນບັນຫາແກ້ໄຂບໍ່ທັນໄດ້

ການວາງຂາຍສິນຄ້າກວມເອົາທາງຍ່າງເປັນບັນຫາແກ້ໄຂບໍ່ທັນໄດ້

ບໍ່ວ່າຈະເປັນໜ້າທາງ, ທາງຍ່າງ, ແຄມທາງ ຫລື ຮ່ອງແຄມທາງ ລ້ວນແຕ່ເປັນເຂດສັນຈອນທີ່ໄດ້ຮັບ ການຄຸ້ມຄອງ ຫລື ສະຫງວນຕາມກົດໝາຍທາງ ຫລວງ. ກ່ອນຈະປຸກ, ຕໍ່ເຕີມ ຫລື ວາງສິ່ງຂອງໃດຢູ່

ເຂດນີ້ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານ ກ່ຽວຂ້ອງກ່ອນເພາະມັນເປັນການກີດຂວາງການ ສັນຈອນ ຊຶ່ງນອກຈາກລະເມີດກົດໝາຍກ່ຽວຂ້ອງ ໂດຍຜູ້ຝ່າຝືນຕ້ອງຖືກຕັກເຕືອນ ແລະ ຖືກຖືກປັບ ໃໝແລ້ວຍັງເຮັດໃຫ້ຜູ້ສັນຈອນໄປມາສ່ຽງຕໍ່ການ ເກີດອຸບັດເຫດ ທັງສ້າງຄວາມບໍ່ເປັນລະບຽບ ຮຽບຮ້ອຍຄວາມງາມຕາຂອງບ້ານເມືອງຕື່ມອີກ.

ການປຸກສ້າງລ່ວງລໍ້າຂອບເຂດສັນຈອນບໍ່ວ່າຈະ ເປັນອາຄານ, ຕູບ, ຕໍ່ເທີບ ຫລື ອື່ນໆ ຈະຊົ່ວຄາວ ຫລື ຖາວອນ ແມ່ນແຕ່ການສວຍໃຊ້ຂອບເຂດການ ສັນຈອນ ບໍ່ວ່າຈະເປັນການກາງເຕັ້ນເຮັດພິທີໃດ ໜຶ່ງ, ຕັ້ງລໍ້ ຫລື ວາງເຄື່ອງຂອງ ຫລື ສິນຄ້າປະເພດ ຕ່າງໆລ້ວນແຕ່ເປັນການລະເມີດກົດໝາຍ ຊຶ່ງການ ຍົກປະເດັນກົດໝາຍຂຶ້ນມາ

ເພື່ອສະທ້ອນໃຫ້ເຫັນ ວ່າຄົນບາງຈຳນວນຍັງບໍ່ທັນປະຕິບັດກົດໝາຍຢ່າງ ເຂັ້ມງວດ ດັ່ງເຫັນໄດ້ຈາກການວາງຂາຍສິນຄ້າ ກວມທາງຍ່າງຢູ່ຄ້ອຍໂຮງໝໍມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ ບັນຫານີ້ ພາກສ່ວນກ່ຽວຂ້ອງຕ້ອງປະຕິບັດມາດຕະການໄວ ເພື່ອແກ້ໄຂບໍ່ໃຫ້ເກີດມີທັງຢູ່ບ່ອນນີ້ ແລະ ບ່ອນອື່ນ ໆອີກ.

ທີ່ມາ: ໜັງສືພິມລາວພັດທະນາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page