ຄູ່ສ້າງຄູ່ສາ ເຖິງສິຮັກເພດດຽວກັນກໍ່ພາກັນສ້າງອານາຄົດທີ່ດີໄດ້

ຄູ່ສ້າງຄູ່ສາ ເຖິງສິຮັກເພດດຽວກັນກໍ່ພາກັນສ້າງອານາຄົດທີ່ດີໄດ້

ຄວາມຮັກເລີ່ມຈາກຄົນ 2 ຄົນ ຫຼື ອາດຫຼາຍກກວ່ານັ້ນ ແລະ ຕໍ່ມາກໍຫຼາຍໆເພື່ອມຂຶ້ນ ບໍ່ວ່າຈະເປັນຄົນອ້ອມຂ້າງຂອງແຕ່ລະຝ່າຍ ບໍ່ວ່າຈະເປັນຍິງ ຫຼື ຊາຍ ຫຼື ໃຜກໍຕາມ ຍ່ອມມີຄວາມຄິດ ຄວາມຮູ້ສຶກ, ຄວາມຮັກໃຫ້ແກ່ກັນ ດັ່ງເລື່ອງລາວນີ້ ຂອງຜູ້ໃຊ້ເຟດບຸກ Tolex Tongor L B ໂພສເລື່ອງລາວ ແລະ ຮູບພາບຂອງຕົນເອງໄວ້ແບບຖືກໃຈໃຜຫຼາຍໆຄົນເລີຍ ຕາມນີ້:

ວ່າ: ແຕ່ງເລີຍໄດ້ບໍ່???
ຕ້ອງຜ່ານການຄົບ ການເລີກ ການເຈັບອີກຈັກເທື່ອກວ່າຈະພໍ້ກັບຄົນທີ່ພ້ອມສ້າງອະນາຄົດໄປນຳກັນແທ້ໆ
ທຸກໆເທື່ອທີ່ເລີກກັບຄົນໃດກໍ່ຕາມ ຮູ້ຕະຫຼອດວ່າຄົນທີ່ເສຍໃຈກວ່າກໍ່ຄືພໍ່ກັບແມ່…ເພາະເພິ່ນຈະຄອຍເປັນຫວ່ງ ແລ ະຄິດຢ້ານວ່າການທີ່ເຮົາຄົບເພດດຽວກັນເຂົາຈະດູແລ ຈະພາລູກສາວເພິ່ນມີອະນາຄົດທີ່ດີໄດ້ຫຼືບໍ່???

ມື້ນີ້ເປັນຄັ້ງແລກທີ່ໄດ້ເຫັນນ້ຳຕາຂອງແມ່ ນ້ຳຕາແຫ່ງຄວາມດີໃຈທີ່ເພິ່ນໄດ້ເຫັນລູກສາວພໍ້ກັບຄົນທີ່ດີ ຄົນທີ່ພາຫາພາສ້າງແລ້ວແທ້ໆ ຕໍ່ໄປນີ້ແມ່️ບໍ່ຕ້ອງເປັນຫວ່ງບໍ່ຕ້ອງຄິດນຳລູກແລ້ວເດີ້ ເພາະລູກເຂີຍຂອງແມ່ຄົນນີ້ພິສູດໃຫ້ເຫັນແລ້ວວ່າລູກຝາກຊີວິດໄວ້ນຳເຂົາໄດ້!!!

ຂອບໃຈຄົນຂ້າງໆເດີ້ທີ່ບໍ່ວ່າຈະມີຫຍັງກໍ່ຄິດເຫັນຄວາມຮູ້ສຶກຂອງຂ້ອຍກ່ອນສະເໝີ ຕັ້ງແຕ່ມື້ແລກທີ່ຄົບເຈົ້າກໍ່ຈະບອກສະເໝີວ່າ ຈະບໍ່ພາຂ້ອຍຢູ່ແຕ່ຫ້ອງເຊົ່າໄປຕະຫຼອດຊີວິດ…ໃນທີ່ສຸດມື້ນີ້ເຮົາກໍ່ເຮັດໄດ້ແລ້ວກ້າວແລກຂອງເຮົາ

ຖ້າຕໍ່ໄປໃນອະນາຄົດມັນຈະມີຫຍັງເກີດຂຶ້ນມາກໍ່ຕາມ…ຂ້ອຍເຊື່ອວ່າເຈົ້າຈະບໍ່ເຮັດໃຫ້ຂ້ອຍ ແລະ ຄົນອ້ອມຂ້າງຂອງຂ້ອຍຕ້ອງຜິດຫວັງໃນໂຕເຈົ້າແນ່ນອນ
(ບໍ່ແທັກໃຫ້ເດີ້ຢ້ານເຈົ້າອາຍລູກຄ້າ)

ຈາກ: Tolex Tongor L B

Leave a Reply

Your email address will not be published. Required fields are marked *

You cannot copy content of this page