ພໍ່ເອີ້ຍ………ພໍ່ ພໍ່ຢູ່ໃສ? ຕອນນີ້ລູກໄດ້ຈາກລາໂລກລະເດີ

ພໍ່ເອີ້ຍ………ພໍ່ ພໍ່ຢູ່ໃສ່ ຕອນນີ້ລູກໄດ້ຈາກລາໂລກລະເດີ

-ຕັ້ງແຕ່ຄາວລູກປ່ວຍພໍ່ກໍ່ບໍ່ມາຫາເລີຍ ແມ່ກໍ່ເສຍຊີວິດໄປດົນແລ້ວ ເອົາລູກໄວ້ຢູ່ກັບລຸງປ້າ ຈົນປ່ວຍມາກະບໍ່ມີໃຜມາຫຼຽວແລ ຕອນນີ້ລູກຈາກໂລກແລ້ວເງີນຊື້ໂລງມ້ຽນຄາບອາ ບສົ ບຍັງບໍ່ມີພໍ່ແມ່ພີ່ນ້ອງເອີ້ຍ

ຜູ້ຕາຍ ຊື່ນາງ ວິໄລພອນ ທຸລະພັນ ອາຍຸ 26ປີ ອາຊີບປະຊາຊົນ ( ປວ່ຍເປັນ ພະຍາດເບົາຫວານ ເປື່ອຍ )
~ອາໃສຢູ່ນຳ ຄອບຄົວ ລຸງ ຊື່ ພໍ່ ແສງອາທິດ ທຸລະພັນ ອາຍຸ 62 ປີ ອາຊີບ ກຳມະກອນ ຮັບຈ້າງທາສີ ຢູ່ບ້ານ ດອນປ່າໃຫມ່ ເມືອງ ສີສັດຕະນາກ ແຂວງນະຄອນຫຼວງ ວຽງຈັນ

~ ແຕ່ກ່ອນ ແມ່ນ ຜູ້ເສຍຊີວິດໄດ້ປ່ວຍເປັນ ເນື້ອງອກໃນສະໝອງ ແລະໄດ້ຮັບ ການຜ່າຕັດ ໂດຍ ມີຄອບຄົວລຸງ ກັບປ້າ ເປັນຜູ້ເບີ່ງແຍງດູແລ ເປັນ ຜູ້ ຫາເງີນ ມາ ປີ່ນ ປົວ ຜູ້ຕ າ ຍ ແລະ ມາລ້ຽງ ຄອບຄົວ ບາງມຶ້ບໍ່ມີໃຜຈ້າງໄປທາສີ ກໍ ຫາກີນ ຕາມທຳມະຊາດ ພໍ່ໃຫ້ລູກເມຍ ຫລານ ມີຢູ່ມີ ກີນ ຈົນ ກະທັ້ງຜູ້ຕາຍມາປ່ວຍໜັກ ຜູ້ເປັນລຸງ ກັບປ້າ ຕ້ອງ ເຮັດວຽກຫນັກເພີ່ມເປັນ 2ເທົ່າ

ເພື່ອຈະໄດ້ມີເງີນມາ ມາລ້ຽງຄອບຄົວແລະ ເກັບໄວ້ຊຶ້ຢາໃຫ້ ຫລານສາວ ທີ່ຮັກຄືລູກແທ້ໆ ຈົນມາຮອດມື້ນີ້ ຫລານຕາຍ ກະ ບໍ່ທັນ ເຫັນໃຈ ຕາມຄຳບອກເລົ່າ ຈາກລຸ່ງຜູ້ຕາຍ ວ່າ ຜູ້ຕາຍນີ້ ນອນ ນັ່ງຢູ່ ນັ່ງຢູ່ຕັ່ງ ມາເປັນເວລາ8ເດືອນແລ້ວ ເພາະ ຜູ້ຕ າ ຍ ນອນ ເສື່ອ ບໍ່ໄດ້ ຈື່ງໄດ້ໃຊ້ຕັ່ງນີ້ເປັນ ທັງບ່ອນນັ່ງ ທັງ ບ່ອນນອນຈົນຫມົດລົມຫາຍໃຈ ຜູ້ຕ າ ຍແມ່ນຄອບຄົວແຕກແຢກ ພໍ່ໄປຢູ່ກັບຄອບຄົວໄຫມ່ສ່ວນແມ່ຫັນເສຍຊີວິດໄດ້5ປີລະ

ສະນັ້ນວອນເຫັນໃຈຊ່ວຍຄົນລະ5ລະ10ເພື່ອບໍລິຈາກຊ່ວຍເປັນຄ່າມ້ຽນຄາບອາບສົບນ້ອງສາວຄົນນີ້ດ້ວຍເຖີດ
ທ່ານສາມາດຊ່ວຍເຫຼືອຜ່ານສະມາຄົມບັນຊີກາງໃດ້ທີ່ທີ່:
ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ
THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL
010120001940404001

Leave a Reply

Your email address will not be published. Required fields are marked *

You cannot copy content of this page