ນ້ຳມັນເຊື້ອໄຟລາວຂໍຢືມນ້ຳມັນສຸກເສີນຈາກກະຊວງປ້ອງກັນປະເທດ 1ລ້ານລິດ

ນ້ຳມັນເຊື້ອໄຟລາວຂໍຢືມນ້ຳມັນສຸກເສີນຈາກກະຊວງປ້ອງກັນປະເທດ 1ລ້ານລິດ

ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຂໍຢືມນ້ຳມັນສຸກເສີນ ຈາກກົມເຊື້ອໄຟກະຊວງປອງກັນປະເທດຈຳນວນ 1.000.000 ລິດ ນະຄອນຫຼວງວຽງຈັນ, ວັນທີ 1 3 /05/ 2022
ໃບສະເຫນີ

ຮຽນ: ທ່ານ ຫົວຫນ້າກົມພາສີ, ກະຊວງການເງິນ
ທ່ານ ຫົວຫນ້າກົມ ການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເລື່ອງ: ສີຂອງນໍ້າມັນເຊື້ອໄຟກອງທັບ
– ອີງຕາມບົດສະເຫນີ ເລກທີ 3673/ລນລ-22, ລົງວັນທີ 12/05/2012

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ (ລນລ) ຂໍລາຍງານມາຍັງທ່ານເພື່ອຊາບວ່າ ເພື່ອແກ້ໄຂບັນຫາ ວິກິດການ ຂາດແຄນນໍ້າມັນພາຍໃນປະເທດ, ໃນປະຈຸບັນ ລນລ ໄດ້ຂໍຢືມນໍ້າມັນສຸກເສີນຈາກກົມເຊື້ອໄຟ, ກະຊວງປ້ອງກັນປະ ເທດ ຕາມການຊີ້ນໍາຈາກຂັ້ນເທິງຈໍານວນ: 1,000,000 ລິດ ປະກອບມີນ້ໍາມັນກາຊວນ 500,000 ລິດ ແລະນໍ້າມັນ ແອັດຊັງ 500,000 ລິດ ຕາມຈຸດດັ່ງລຸ່ມນີ້:

1. ຈຸດນະຄອນຫຼວງວຽງຈັນ: : ແອັດຊັງຈໍານວນ 365,000 ລິດ, ກາຊວນຈໍານວນ 250,000 ລິດ
2. ຈຸດແຂວງສະຫວັນະເຂດ + ຄໍາມ່ວນ ແອັດຊັງ 120,000ລິດ, ກາຊວນ 140,000 ລິດ

3.ຈຸດແຂວງຊຽງຂວາງ ແອັດຊັງ 15,000 ລົດ ກາຊວນ ຈໍານວນ 30,000 ລິດ.

4.ຈຸດແຂວງຫຼວງພະບາງ • ກາຊວນ ຈໍານວນ 80,000 ລິດ, ຕາມການຊີ້ແຈງຈາກກົມເຊື້ອໄຟກອງທັບ ນໍ້າມັນດັ່ງກ່າວຈະມີສີທີ່ແຕກຕ່າງຈາກນໍ້າມັນທົ່ວໄປ ສະນັ້ນ, ໃນຊ່ວງນີ້ຖ້າຫາກເຈົ້າຫນ້າທີ່ກ່ຽວຂ້ອງຫາກພົບເຫັນສີນໍ້າມັນແອັດຊັງ ແລະນໍ້າມັນກາຊວນ ຕ່າງຈາກສີປົກະຕິ,

ຂໍໃຫ້ ທ່ານເຂົ້າໃຈ ແລະໃຫ້ຄວາມສະດວກແກ່ນໍ້າຕົວແທນຂອງ ລນລ ບໍລິການນໍ້າມັນດັ່ງກ່າວດ້ວຍ, ດັ່ງນັ້ນ, ຈຶ່ງຮຽນສະເຫນີມາຍັງທ່ານເພື່ອຊາບຕາມນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page