ໂອໂຫ! ເປີດລາຄາເຮືອບິນສ່ວນຕົວຂອງຄົນລາວ
ຄົນລາວຊື້ເຮືອບິນສ່ວນຕົວ ລຸ້ນ Bombardier Global 5000 Jets ລາຄາພຽງ 872,212,000,000 ກີບ, ໃນວັນທີ 21 ພະຈິກ 2022 ໄດ້ມີພີທີຕ້ອນຮັບເຮືອບິນສ່ວນຕົວ ລຸ້ນ Bombadrdier Global 5000 jets

ເຊິ່ງເປັນເຮືອບິນທີມີຄວາມນິຍົມສູງ ແລະ ທັນສະໄໝ ສາມາດບິນໄກເຖິງ 9,630km ຄວາມໄວສູງສຸດເຖິງ 950km/h ທີ່ມີລາຄາປະມານ 50 ລ້ານໂດລາ ຫຼື ປະມານ 872,212,000,000 ກີບ ທີ່ສະໜາມບີນວັດໄຕ ນຄວຈ,

ເຮືອບິນສ່ວນໂຕໃນຕະຫຼາດອາຊຽນ ໃນປະຈຸບັນພວມໄດ້ໄດ້ຄວາມນິຍົມຢ່າງສູງ ບໍ່ສະເພາະແກ່ການເດີນທາງທີ່ສະດວກສະບາຍຂອງນັກທຸລະກິດ ແຕ່ຍັງເພີ່ມຣົດຊະນິຍົມແຕ່ທຸລະກິດຂອງຕົນເອງ ບໍລິສັດ ອອກສູ່ສາຍຕາມະຫາຊົນ,

ປະຈຸບັນ ສປປລາວ ກໍ່ມີບໍລິສັດຈໍານວນໜຶ່ງ ທີ່ນໍາໃຊ້ເຮືອບິນສ່ວນໂຕ ແລະ ເຮືອບິນເຊົ່າຈາກປະເທດອ້ອມຂ້າງ.