ສຸມໃສ່ການເຝິກຊ້ອມໜັກ ເພື່ອຮັບປະກັນແກ່ການຊ້ອມຮົບລາວ-ຣັດເຊຍ

ເຫຼົ່າຮົບປືນໃຫ່ຍ ສຸມໃສ່ການເຝິກຊ້ອມໜັກ ເພື່ອຮັບປະກັນແກ່ການຊ້ອມຮົບລາວ-ຣັດເຊຍ

ເຫຼົ່າຮົບ ປື ນໃຫຍ່ໜ້າດິນ ສຸມໃສ່ການເຝິກຊ້ອມວິຊາສະເພາະຂອງຕົນ ເພື່ອຮັບປະກັນໃຫ້ແກ່ການຊ້ອມຮົບ ລາວ-ຣັດເຊຍ ສະຫາຍ ພັນໂທ ສາຄອນ ສີສະກຸນ ຫົວໜ້າການທະຫານກອງພັນ 631 ຄະນະຊີ້ນຳພາກສະໜາມເຫຼົ່າຮົບປືນໃຫຍ່ໜ້າ ດິນໄດ້ກ່າວວ່າ:

ເຫຼົ່າຮົບປືນໃຫຍ່ ໜ້າດິນແມ່ນເຫຼົ່າຮົບໜຶ່ງມີຄວາມສຳຄັນໃນການຊ່ວຍທາງດ້ານກຳ ລັງໄຟໃຫ້ເຫຼົ່າຮົບອື່ນໆ ບໍ່ວ່າໃນ ເວລາບຸກໂຈມຕີ ຫຼື ຈັງທ່າດັ່ງ ນັ້ນບໍ່ວ່າເວລາໃດກໍຕາມ, ພະນັກ ງານ-ນັກຮົບຂອງເຫຼົ່າຮົບປືນໃຫຍ່ໜ້າດິນກໍໄດ້ເອົາໃຈໃສ່ເຝິກຊ້ອມທາງດ້ານວຽກວິຊາສະເພາະ ເພື່ອເຮັດໃຫ້ມີຄວາມຊຳນິຊຳນານ ກຽມພ້ອມເຮັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.

ສຳລັບການເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ ຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຂອງເຫຼົ່າຮົບປືນໃຫຍ່ໜ້າດິນພວກເຮົາເວົ້າລວມ, ເວົ້າສະແມ່ນກອງພັນ 631 ທີ່ຂຶ້ນກັບກອງພົນທີ 1, ພາຍຫຼັງໄດ້ຮັບຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ຄະນະຮັບຜິດຊອບຂອງພວກເຮົາກໍ່ໄດ້ຮີບຮ້ອນເຕົ້າໂຮມພະນັກງານ-ນັກຮົບ ເພື່ອຈັດຕັ້ງເຜີຍແຜ່ຄຳສັ່ງ ແລະ ຈັດຕັ້ງສ້າງແຜນການ, ແຜນງານອັນລະອຽດ ພ້ອມນີ້,

ກໍໄດ້ກຳນົດເອົາໜຶ່ງກອງຮ້ອຍກຳລັງໄຟປືນໃຫຍ່ 120 ມມ ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ນີ້, ໃນການເຂົ້າຮ່ວມຊ້ອມຮົບຄັ້ງນີ້, ກຳລັງປືນໃຫຍ່ໜ້າດິນພວກເຮົາແມ່ນມີໜ້າທີ່, ເປີດທາງໄຂຊ່ວຍໜູນໃຫ້ບັນດາເຫຼົ່າຮົບທີ່ຢູ່ໜ້າສະໜາມ ແລະ ເປີດກຳໄຟຊ່ວຍໜູນກົມກອງທະຫານລາບບຸກຕີຈັ້ງທ່າໃຫ້ໄດ້ຮັບຜົນຕາມແຜ່ນການທີ່ວາງໄວ້.

ດັ່ງນັ້ນ, ມາຮອດປັດຈຸບັນຄະນະບັນຊາພວກເຮົາກໍໄດ້ຊີ້ນຳພະນັກງານວິຊາສະແຕ່ລະສະຫາຍ ເຂົ້າໃນການຫັດແອບຕົວຈິງ, ເຫັນໄດ້ວ່າແຕ່ລະສະຫາຍກຳໄດ້ບົດຮຽນ ແລະ ຮັບປະກັນໄດ້ການປະສານງານລະຫວ່າງຄະນະຊີ້ນຳໜ້າສະໜາມ ແລະ ສູນບັນຊາຈຸປືນຜ່ານການກວດກາເຕັກນິດປືນຕົວຈິງເຫັນໄດ້ສາມາດດັບສູນເປົ່າໝາຍໄດ້ຕາມຄາດໝາຍ,

ທັງນີ້ກໍເພື່ອເປັນການຮັບປະກັນໃຫ້ມືປະສານສາມາດເຮັດສຳເລັດໜ້າທີ່, ຮັບປະກັນໄດ້ຄວາມປອດໄພ 100%. ພາຍຫຼັງເຂົ້າຮ່ວມການຊ້ອມຮົບຄັ້ງນີ້ສຳເລັດ ພວກເຮົາກໍຈະນຳເອົາທຸກບົດຮຽນ, ທຸການເຄື່ອນໄຫວນຳໄປໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງກົມກອງໃຫ້ເກີດດອກອອກຜົນສູງສຸດ.

ໂດຍ: ອາຫວຸ້ນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page