ສັກຜິດຊີວິດປ່ຽນ! ເຫຼືອໃຈ ຜິດກັບແມ່ຄ້າສັກຄິ້ວບໍ່ເທົ່າກັນ

ສັກຜິດຊີວິດປ່ຽນ! ສາວຮ້ອງໄຫ້ເຫຼືອໃຈ ຜິດກັບແມ່ຄ້າສັກຄິ້ວບໍ່ເທົ່າກັນ

ຈາກເພຈໜຶ່ງໄດ້ໂພສວີດີໂອ ລູກຄ້າ ຮ້ອງໄຫ້ເຫຼືອໃຈ ຜິດກັບແມ່ຄ້າສັກຄິ້ວ ເນື່ອງມາຈາກ ສັກຄິ້ວໃຫ້ລູກຄ້າ ບໍ່ຕົງກັນ ເບື້ອງໜຶ່ງຕ່ຳ ເບື້ອງໜຶ່ງສູງ ສີເຂັ້ມເກີນໄປໜາປານປິງ ລວມໄປເຖິງລາຍບໍ່ຕົງປົກອີກ

ບອກໃຫ້ສັກລາຍເສັ້ນຈັກເຮັດລາຍອີຫຍັງມາໃຫ້ ຄັນເປັນແບບນີ້ ແມ່ຄ້າ ຈະຮັບຜິດຊອບຕໍ່ລູກຄ້າແບບໃດ ເພາະເວົ້າເຖິງ ຄວາມຜິດພາດ ແລະ ຄວາມເສຍຫາຍ ຂອງລູກຄ້າເອງ ທັງອາຍໝູ່ຄູ່ ໃນສັງຄົມ

ເຕືອນ: ໃຜທີ່ຈະສັກຄິ້ວ ເສີມດັງ ແລະ ອື່ນໆ…ຄວນເລືອກຮ້ານທີ່ມີຄຸນນະພາບ ພ້ອມຮັບປະກັນແລະຮ້ານທີ່ໝັ້ນໃຈໄດ້.
ປລ: ຜູ້ໂພສບໍ່ໄດ້ລະບຸຮ້ານເດີ

Cr: kkmobile78

Leave a Reply

Your email address will not be published. Required fields are marked *

You cannot copy content of this page