ສຸດເຫຼືອໃຈຍ້ອນຢາກງາມ! ໃຜຄິດຢາກເຕີມໃຫ້ໜ້າເດັກອ່ານກ່ອນ

ສຸດເຫຼືອໃຈຍ້ອນຢາກງາມ! ໃຜຄິດຢາກເຕີມໃຫ້ໜ້າເດັກອ່ານກ່ອນ

ຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ:Filler ໄດ້ຍິນຊື່ໆ ຍັງຂົນລຸກລະຕອນນີ້ ແລກໆ ງາມແທ້ ພໍດົນໄປມັນເຮັດເຮົາບາດດຽວສິ່ງແປກປອມຢູ່ໃນຮ່າງກາຍເຮົາມັນສິແຜງລິດໃສ່ເຮົາຍາມໃດກະບໍ່ຮູ້ເປັນບົດຮຽນເດີ້ ໃຜສິສີດກະ ລະວັງສຶກສາດີໆ#ປະສົບການຫມໍຫລາຍປີບໍ່ໄດ້ຊ່ວຍຫຍັງເລີຍບອກໄດ້ສ່ຳນີ້#ທຸກຄົນຜິດພາດກັນຫມົດໄດ້ບໍ່ວ່າຈະເຮັດມາແລ້ວ 10-20ປີກະຕາມ

ຮອບແລ້ວປົວແສນປາຍບາດ#ຮອບນີ້ເກືອບແສນຄືກັນ#ເງິນຄ່າປົວບໍ່ວ່າສຳຄັນເທົ່າຊີວິດເພາະຕອນຜ່າຫມໍບອກມັນຈະສ່ຽງຕິດເຊື້ອໃນກະແສເລືອດ(ໂຄດຄິດຫນັກແຕ່ກະຕັດສິນໃຈຜ່າເພາະເຊື່ອຫມັ້ນຫມໍ)

#ຄິດກັບກັນຖ້າຄົນບໍ່ມີຈະເອົາເງິນໃສຮັກສາ ມີສະຕິລະວັງກັນເດີ້ທຸກຄົນຫລາບແລ້ວບໍ່ເອົາແລ້ວກັບFiller ເຈັບທໍລະມານເຫລືອເກີນ

ຕອນນີ້ຫນູນາໃກ້ເຊົາແລ້ວ ເຫລືອຍັງບວມຫນ້ອຍຫນື່ງກັບຍັງບໍ່ໄດ້ຖອດທໍ່ທີ່ໃສ່ໃນການຜ່າຕັດອອກ
ຂອບໃຈທຸກຄົນທີ່ເປັນຫ່ວງແລະໃຫ້ກຳລັງໃຈຫນູນາເດີ້ຈາກໃຈ

ຂອບໃຈສຸດທີ່ຮັກທີ່ຢູ່ຂ້າງໆ ນັ່ງໄຫ້ກອດກັນໃນມື້ທີ່ເມຍເຈັບແລະແລ່ນຫາເງິນມາຮັກສາແບບບໍ່ໄດ້ຫລັບໄດ້ນອນ ຫາເງິນໃຫ້ເຮັດງາມກະຜົວຫາເງິນປົວກະຜົວປານນັ້ນດ່າຜົວວ່າຊັ້ນ ຮ່າຮ່າ ແພງອ້າຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page