ຄະດີພິກ! ຄວາມຄືບໜ້າຂອງຄະດີ

ຄວາມຄືບໜ້າຄະດີຂົນສົ່ງຢ າເ ສບຕິດເກືອບ 4 ລ້ານເມັດ

ເຈົ້າໜ້າທີ່ແຂວງໜອງຄາຍ ປະເທດໄທ ໄດ້ເລັ່ງສືບສວນສອບສວນ ເພື່ອຂະຫຍາຍຜົນເຄືອຂ່າຍຄະດີຢາເສບຕິດ ພາຍຫຼັງຈັບກຸມລົດບັນທຸກນ້ຳມັນຈາກຝັ່ງລາວ ທີ່ຂົນສົ່ງຢາເສບຕິດ 3,8 ລ້ານເມັດ ມີຢາບ້ າ ຢ າໄ ອສ ແລະ ຢ າອີ ເຂົ້າປະເທດໄທ.

ວັນທີ 27 ພະຈິກ 2022 ເຈົ້າໜ້າທີ່ແຂວງໜອງຄາຍ ກ່າວວ່າ ກໍລະນີວັນທີ 23 ພະຈິກ ທີ່ຜ່ານມາ ທາງເຈົ້າໜ້າທີ່ສູນລະກາກອນໜອງຄາຍ ໄດ້ຈັບ ທ້າວ ປະສິດ ປັນພູມີ (ຄົນຂັບລົດບັນທຸກນ້ຳມັນ) ທີ່ມີຂອງກາງເປັນຢ າ ບ້ າ 3,8 ລ້ານເມັດ ໂດຍເຊື່ອງໄວ້ໃນລົດບັນທຸກນ້ຳມັນ ເພື່ອທີ່ຈະນຳເຂົ້າປະເທດໄທ ຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1.

ຈາກການສືບສວນ ທ້າວ ປະສິດ ໄດ້ໃຫ້ສາລະພາບວ່າ: ໄດ້ກະທຳຜິດແທ້ ເຊິ່ງມີໝູ່ຊັກຊວນໃຫ້ເຮັດ ໝູ່ກໍຕິດຄຸກແລ້ວ ມີເມຍເປັນຄົນລາວ ແລະ ເປັນຄົນປະສານໃນການຂົນສົ່ງຢາເສບຕິດເພື່ອນຳເງິນໄປຈ່າຍສ່ວນຕົວ ທັ້ງນີ້ ຍັງຍອມຮັບວ່າຕົນເອງເຮັດຄົນດຽວ  ບໍ່ກ່ຽວຂ້ອງກັບບໍລິສັດນ້ຳມັນ ໃນເວລາຂົນສົ່ງຢ າເ ສ ບຕິດ ກໍໄດ້ແກະ GPS ອອກຈາກລົດຂົນສົ່ງ ເພື່ອບໍ່ໃຫ້ບໍລິສັດຮູ້ພຶດຕິກຳ ແລະ ຕິດຕາມກວດສອບໄດ້.

ແຕ່ວັນທີ 23 ພະຈິກ ທາງຜູ້ຂັບລົດນັ້ນໄດ້ໃຫ້ຄຳສາລະພາບວ່າ: ໄດ້ຮັບຄ່າຈ້າງ 5 ໝື່ນບາດ ຈາກຍິງສາວລາວທີ່ມີຊື່ສຽງໂດ່ງດັງ, ພາຍຫຼັງເອົານໍ້າມັນອອກແລ້ວ ຜູ້ກ່ຽວໄດ້ນັດກັນໄປຮັບເອົາຢ າບ້ າຢູ່ຂ້າງທາງ ບໍລິເວນເສັ້ນທາງ 450 ປີ.
ຈາກຄຳສາລະພາບດັ່ງກ່າວ ໃນຕອນທຳອິດຜູ້ກ່ຽວວ່າມີຄົນຈ້າງໃຫ້ຂົນສົ່ງ ແຕ່ປັດຈຸບັນ ຜູ້ກ່ຽວແມ່ນຍອມຮັບຜິດແຕ່ຜູ້ດຽວ.

ນອກນີ້ ຜູ້ກ່ຽວໄດ້ລັກລອບຂົນສົ່ງຢາເສບຕິດຕັ້ງແຕ່ປີ 2014 ໂດຍຈະເຮັດວຽກຕາມບໍລິສັດຕ່າງໆ ເພາະອາໄສຄວາມຊຳນານໃນການຂັບລົດບັນທຸກ, ກ່ອນຖືກຈັບ ຜູ້ກ່ຽວໄດ້ເຮັດວຽກໃຫ້ກັບ NTP Trading Petroleum Public Company ມາໄດ້ເກືອບປີ ແລ້ວກໍເລີ່ມແກະ GPS ອອກຈາກລົດຂົນສົ່ງໄດ້ປະມານ 3-4 ເດືອນ ແລະ ເລີ່ມຂົນສົ່ງຢ າເ ສ ບຕິ ດ.

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

You cannot copy content of this page