ໜ້າເສົ້າໃຈທີ່ບາງຄົນປຽບທຽບດ້ອຍຄ່າປະເທດຊາດຕົນເອງ

ໜ້າເສົ້າໃຈທີ່ບາງຄົນປຽບທຽບດ້ອຍຄ່າປະເທດຊາດຕົນເອງ

ຈາກເພຈແອໂຣລາວໄດ້ໂພສວ່າ: ບົດຄວາມ: ເປັນຫຼາຍຊົ່ວໂມງທີ່ ຂພຈ ເຫັນການປຽບທຽບຄອມເມັ້ນລັກສະນະ ກ້າວກ່າຍແລະ ນໍາຮູບ ມາປຽບທຽບລັກສະນະທີ່ດ້ອຍຄ່າປະເທດຊາດຕົນເອງ ມັນສົມຄວນຫຼືບໍ່? ໃນສະຖານະການທີ່ປະເທດເຮົາພວມເກີດບັນຫາຫຼາຍຢ່າງ

ທາງເສດຖະກິດ ທີ່ພວມເຄັ່ງຮ້ອນແກ້ໄຂ ,ແຕ່ກໍ່ເປັນທີ່ໜ້າເສຍດາຍ ແລະ ເສົ້າໃຈທີ່ເກີດເຫັນລັກສະນະນີ້ແທ້ໆ ,ຜູ່ໂພຈອາດຈະບອກວ່າບໍ່ໄດ້ເວົ້າຫັຍງ ແຕ່ຮູບທັງສອງພາບນັ້ນກໍ່ສາມາດບັນຍາຍວ່າທ່ານພວມຄິດຫັຍງຢູ່ ,

ສາຍການບິນແຫ່ງຊາດລາວ ແມ່ນຄວາມພູມໃຈຂອງຊາດ ທຸກປະເທດທີ່ມີສາຍການບິນແຫ່ງຊາດຕ່າງກໍ່ສະໜັບສະໜູນກັນ, ບາງຄັ້ງປາສະຈາກບໍ່ໄດ້ຫາງສຽງຈາກສັງຄົມແຕ່ພວກເຮົາຄົນລາວຕ່າງກໍ່ແຈ້ງກັນຊ່ວຍປັບປຸງແກ້ໄຂໃຫ້ດີຂຶ້ນ ໃນທາງທີ່ສ້າງສັນ, ການນໍາພາບດັ່ງກ່າວມາໂຍງກັນ ບໍ່ໄດ້ຊ່ວຍໃຫ້ປະເທດຊາດດີຂຶ້ນເລີຍ ,ເປັນພາບເກົ່າທີ່ສະໜາມບິນສຸວັນນະພູມ

ການບິນລາວ ໃຫ້ບໍລິການບິນປົກກະຕິ, ບໍ່ແມ່ນພາບເຮືອບິນທີ່ທ່ານນາຍົກພ້ອມຄະນະໃຊ້ເດີນທາງໄປ ສະຫະລັດອາເມລິກາ ແຕ່ຢ່າງໃດ ,ເພິ່ນນໍາໃຊ້ເຮືອບິນ A320 ຖ້ຽວບິນ QV1 (ພິເສດ) ເດີນທາງແລະແວ່ພັກຕໍ່ເຮືອບິນຂ້າມທະວີບ ສູ່ ສະຫະລັດອາເມລິກາ (ເນື່ອງຈາກສາຍການບິນແຫ່ງຊາດຍັງບໍ່ທັນມີເຮືອບິນພິໄສການບິນໄກ ໃຫ້ບໍລິການ) ກໍ່ເປັນທີ່ຮູ້ກັນ ,

ສິ່ງທີ່ຜູ່ໂພຈໄດ້ປຽບທຽບນັ້ນກັບເປັນການດ້ອຍຄ່າປະເທດຕົນເອງ ຫຼື ເປັນການ ບູລີ້ ທີ່ບໍ່ສົມຄວນເກີດຂຶ້ນເລີຍ…
ທ້າຍສຸດ ຂພຈ ບໍ່ມີເຈດຕະນາໃດໆ ມີພຽງຄໍາຖາມທີ່ວ່າ ພວກເຮົາຈະຊ່ວຍຫັຍງເພື່ອປະເທດຊາດດີຂຶ້ນ?

ທີ່ມາ: ແອໂຣລາວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page